ເມືອງວຽງທອງ ເປີດບັ້ນສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ

ຕອນເຊົ້າຂອງວັນທີ 20 ກໍລະກົດ 2021 ຢູ່ໂຮງຮຽນ ມສ ວຽງທອງ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ ມ4 ປະຈໍາສົກຮຽນ 2020-2021 ທົ່ວເມືອງວຽງທອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ, ມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະຮັບຜິດຊອບ, ຄູອາຈານ ແລະ ນັກສອບເສັງ ເຂົ້າຮ່ວມ.

ການສອບເສັງຄັ້ງນີ້ ຈະເລີ່ມແຕ່ວັນທີ 21 – 23 ກໍລະກົດ 2021 ເຊິ່ງທົ່ວເມືອງ ມີ 2 ສູນສອບເສັງ, ມີນັກຮຽນເຂົ້າສອບເສັງ 511 ຄົນ, ຍິງ 204 ຄົນ, ວິຊາທີ່ນໍາເຂົ້າສອບເສັງມີ 6 ວິຊາ ຄື: ວິຊາ ພາສາລາວ-ວັນນະຄະດີ, ວິທະຍາສາດສັງຄົມ, ວິທະຍາສາດທໍາມະຊາດ, ສຶກສາພົນລະເມືອງ, ຄະນິດສາດ ແລະ ພາສາອັງກິດ.

About admin11