ປິດຝຶກອົບຮົມ ການຕໍ່າຫູກ ແລະ ຖັກຟອຍ ໃຫ້ປະຊາຊົນບ້ານຫ້ວຍຫອຍ

ຕອນເຊົ້າຂອງວັນທີ 9 ສິງຫາ 2021 ນີ້ຢູ່ສະໂມສອນສວນສາທິດບ້ານຈັດສັນ ຫ້ວຍຫອຍ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີປິດຝຶກອົບຮົມການຕໍ່າຫູກ ແລະ ຖັກຟອຍ ໃຫ້ປະຊາຊົນບ້ານຫ້ວຍຫອຍ ພາຍຫຼັງທີ່ດຳເນີນມາແຕ່ວັນທີ 5 ສີງຫາ 2021 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຫົງຄໍາ ຄໍາມີໄຊ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ມີການຈັດຕັ້ງບ້ານ, ພະນັກງານຂອງໂຄງການນໍ້າເທິນ1, ຄູຝຶກ ແລະ ຜູ້ເຂົ້າຝຶກ ເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້ ເພື່ອເປັນການສົ່ງເສີມ, ພັດທະນາສີມືແຮງງານ ແລະ ຟື້ນຟູຊິວິດການເປັນຢູ່ຂອງປະຊາຊົນທີ່ຖືກຜົນກະທົບຈາກໂຄງການເຂື່ອນໄຟຟ້ານໍ້າເທິນ 1 ໃຫ້ມີຄວາມຮັບຮູ້ ແລະ ສາມາດສ້າງເປັນອາຊີບຂອງຕົນໄດ້.

ມີຜູ້ເຂົ້າຝຶກທັງໝົດ 16 ຄົນ, ໃນນັ້ນ ຝຶກ່ຳຫູກ 6 ຄົນ, ຝຶກຖັກຟອຍ 10 ຄົນ ຜ່ານການຝືກໄລຍະ 4 ວັນເຫັນວ່າທຸກຄົນໄດ້ຕັ້ງໃຈຝືກຈົນສາມາດເຮັດດ້ວຍຕົນເອງໄດ້, ທັງນີ້ ກໍ່ເພື່ອປະກອບເປັນອາຊີບສ້າງລາຍໄດ້ໃກ້ແກ່ຄອບຄົວ.

About admin11