ຫຼາຍພາກສ່ວນ ປະກອບສ່ວນທຶນສ້າງເສັ້ນທາງເບຕົງ ເຂົ້າວັດໂພນສັນ

ໃນວັນທີ 6 ສິງຫາ 2021 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງ ເມືອງ ທ່າພະບາດ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມປຶກສາຫາລືລະດົມທຶນ ແລະ ເພື່ອແຕ່ງຕັ້ງຄະນະຊີ້ນຳການກໍ່ສ້າງເສັ້ນທາງເບຕົງ ແຕ່ແຍກທາງ 13 ໃຕ້ ຫາວັດໂພນສັນ ບ້ານ ພະບາດໂພນສັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ, ມີການນຳຂອງເມືອງ ຕະຫຼອດຮອດນັກທຸລະກິດທີດຳເນິດທຸລະກິດພາຍໃນເມືອງ ເຂົ້າຮ່ວມ.

ເພື່ອຈັດຕັ້ງປະຕິບັດຕາມມະຕິຂອງກອງປະຊຸມໃຫຍ່ ຂອງຄະນະບໍລິຫານງານພັກເມືອງທ່າພະບາດ ສະໄໝທີ VI ແລະ ໃຫ້ ບັນລຸຕາມແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IV ( 20219 – 2024 ) ຂອງເມືອງ, ເພື່ອຄວາມຈົບງາມ, ການໄປມາສະດວກສະບາຍຂອງປະຊາຊົນລາວບັນດາເຜົ່າ ແລະ ນັກທ່ອງທ່ຽວທີ່ຈະເຂົ້າມາທ່ຽວຊົມໄດ້ສັກກາລະບູຊາ ເພາະວ່າວັດໂພນສັນ ເປັນ 1 ໃນສະຖານທີ່ບູຮານສະຖານທີ່ເກົ່າແກ່ ທີ່ຊາວພຸດສານິກະຊົນໄດ້ເຄົາລົບນັບຖື ແລະ ສັກກະລະບູຊາມາເປັນເວລາດົນນານ, ເປັນສະຖານທີ່ທ່ອງທ່ຽວທາງວັດທະນະທຳທີ່ລຶຊື່ຂອງແຂວງບໍລິຄຳໄຊ.

ສຳລັບທຶນທີ່ຈະນຳໃຊ້ກໍ່ສ້າງທາງໃນຄັ້ງນີ ແມ່ນມາຈາກການລະດົມທຶນຈາກພະນັກງານລັດຖະກອນ ແລະ ຫ້າງຮ້ານ, ນັກທຸລະກິດທີ່ດຳເນີນທຸລະກິດ ຕະຫຼອດຮອດພໍ່ແມ່ປະຊາຊົນ ພາຍໃນເມືອງທ່າພະບາດ.

ການສ້າງທາງເບຕົງໃນຄັ້ງນີ້ ມີຄວາມຍາວ 1.800 m, ກ້ວາງ 7 m , ໜາ 20 Cm ແລະ ໃນເບື້ອງຕົ້ນ ໄດ້ມີຫຼາຍພາກສ່ວນປະກອບສ່ວນເຂົ້າໃນການສ້າງທາງເບຕົງຄັ້ງນີ້ ໄດ້ແກ່: ບໍລິສັດແສງແກ້ວ 30.000.000 ກີບ, ບໍລິສັດວັນນະແສງ 30.000.000 ກີບ, ບໍລິສັດສຸດໃຈ 30.000.000 ກິບ, ທ່ານ ໂມມີນ 5.000.000 ກີບ, ທ່ານ ວັດທະນາ 20.000.000 ກີບ, ທ່ານ ບຸນເລີດ 5.000.000 ກີບ, ທ່ານ ຕຸ້ຍ ກອງແກ້ວ 5.000.000 ກີບ, ທ່ານ ທອງສາຍ 5.000.000 ກີບ, ທ່ານ ນາງ ຫຼ້າ ແກ້ວມະນີ 5.000.000 ກີບ.

ໃນຕອນທ້າຍຂອງກອງປະຊຸມ ທ່ານເຈົ້າເມືອງ ກໍ່ໄດ້ກ່າວຂອບໃຈມາຍັງ ບໍລິສັດ ແລະ ບັນດາທ່ານທຸກພາກສ່ວນຕະຫຼອດຮອດພໍ່ແມ່ປະຊາຊົນ ທີ່ໄດ້ປະກອບສ່ວນສົມທົບທຶນໃນການກໍ່ສ້າງເສັ້ນທາງເບຕົງໃນຄັ້ງນີ້ໃຫ້ສຳເລັດ ແລະ ລຸລ່ວງໄປດ້ວຍດີ.

About admin11