ການແຂ່ງຂັນກິລາບານເຕະ ຊິງຂັນປະທານແນວລາວສ້າງຊາດແຂວງ

ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ວັນລັດຖະທໍາມະນູນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021 ແລະ ວັນສ້າງຕັ້ງ ອົງການແນວລາວສ້າງຊາດ ຄົບຮອບ 71 ປີ ທີ່ຈະໝູນວຽນ ໃຫ້ເປັນຂະບວນການຟົດຟື້ນ ແລະ ທັງຮັດແໜ້ນຄວາມສາມັກຄີ ພາຍໃນອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງໃຫ້ແໜ້ນແຟ້ນ.

ໃນຕອນບ່າຍຂອງວັນທີ 10 ສິງຫາ 2021 ຢູ່ທີ່ເດີ່ນກິລາບານເຕະແສງມີໄຊ ໂດຍພາຍໃຕ້ການນໍາພາ ແລະ ເຕົ້າໂຮມຂອງແນວລາວສ້າງຊາດແຂວງ, 5 ອົງການຈັດຕັ້ງ ປະກອບມີ: ແນວລາວສ້າງຊາດແຂວງ, ຄະນະຊາວໜຸ່ມແຂວງ, ສະຫະພັນແມ່ຍິງແຂວງ, ສະຫະພັນກໍາມະບານແຂວງ ແລະ ສະຫະພັນນັກຮົບເກົ່າແຂວງ ໄດ້ສ້າງຂະບວນການແຂ່ງຂັນກິລາບານເຕະ ຊິງຂັນປະທານແນວລາວສ້າງຊາດ ຂຶ້ນ ເປັັນກຽດເຂົ້າຮ່ວມ ທັງເປັນປະທານພິທິໃນຄັ້ງນີ້ ໂດຍ ທ່ານ ບຸນຄໍາ ໄຊເຢຍລໍວື່ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີຄະນະພ້ອມພະນັກງານ 5 ອົງການຈັດຕັ້ງ ເຂົ້າຮ່ວມ.

ພາຍຫຼັງເປີດພິທີຢ່າງເປັນທາງການ ທິມກິລາບານເຕະກໍ່ລົງສູ່ສະຫນາມ ເຊິ່ງໄດ້ແບ່ງເປັນ 2 ທິມ ຄື: ທີມປະສົມຍິງ ແລະ ທີມປະສົມຊາຍ, ການແຂ່ງຂັນ 90 ນາທີ ເຫັນວ່າ ມີບັນຍາກາດຟົດຟື້ນມ່ວນຊື່ນ ໂດຍທີມປະສົມຍິງ ເອົາຊະນະທິມປະສົມຊາຍ 4-3 ປະຕູ.

ໂອກາດດຽວກັນ ທ່ານ ບຸນຄໍາ ໄຊເຢຍລໍ່ວື່ ກໍ່ໄດ້ເປັນກຽດມອບຂັນລາງວັນພ້ອມເງິນສົດ 300.000 ກີບໃຫ້ທິມປະສົມຍິງ ແລະ ທິມປະສົມຊາຍເປັນເງິນສົດ 300.000 ກີບ ໂດຍຊ້ອງໜ້ານັກກິລາ ແລະ ກອງເຊຍ 5 ພາກສ່ວນເຂົ້າຮ່ວມດ້ວຍບັນຍາກາດທີ່ຟົດຟື້ນມ່ວນຊື່ນ.

About admin11