ປາກຊັນ ສະຫຼຸບການກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ

 

ໃນວັນທີ 10 ທັນວາ 2020 ຢູ່ສະໂມສອນບ້ານ ໂພນໄຊໃຕ້ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມສະຫຼຸບວຽກກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານປະຈຳ 09 ເດືອນ ແລະ ທິດທາງແຜນການ 03 ເດືອນທ້າຍປີຂອງເຂດພັດທະນາໂພນໄຊໃຕ້ຂື້ນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ແສງອາລຸນ ແສງອາພອນ ຮອງເລຂາພັກເມືອງ ມີບັນດາພະນັກງານພາກສ່ວນກ່ຽວຂ້ອງ ພ້ອມດ້ວຍອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

 

9 ເດືອນຜ່ານມາ ໜ່ວຍກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ ໄດ້ລົງຊີ້ນຳກ່ຽວກັບການຕ້ານພະຍາດໂຄວິດ 19 ເຊີງໜ່ວຍສະເພາະກິດໄດ້ຮັບການແຕ່ງຕັ້ງແລ້ວໄດ້ນຳເອົາເອກະສານແຈ້ງການຂັ້ນຕ່າງໆ ລົງແຈ້ງໃຫ້ອຳນາດການປົກຄອງ 16 ບ້ານ ເຂດໂພນໄຊໃຕ້ ໂດຍມີແຮງງານທີ່ມາແຕ່ຕ່າງປະເທດ 305 ຄົນ, ຍິງ 194 ຄົນ, ນອກນັ້ນ ຍັງໄດ້ແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂື້ນພາຍໃນ 16 ບ້ານ. ເປັນຕົ້ນແມ່ນບັນຫາທີ່ກ່ຽວພັນກັບການຄ້າຂາຍຢາເສບຕິດຂອງປະຊາຊົນບາງບຸກຄົນ ແລະ ບາງຄອບຄົວຢູ່ພາຍໃນບ້ານ, ຄະນະພັກ, ອຳນາດການປົກຄອງແມ່ນໄດ້ເອົາໃຈໃສ່ແກ້ໄຂ ດ້ວຍການສືກສາອົບຮົມຜູ້ກະທຳຜິດໃຫ້ຢຸດເຊົ້າ. ບັນຫາດັ່ງກ່າວແມ່ນໄດ້ສະໜອງຂໍ້ມູນລາຍງານໃຫ້ເຈົ້າໜ້າທີ່ ແລະ ນຳສະເໜີໃຫ້ຂັ້ນເທີງຊ່ວຍແກ້ໄຂແລ້ວ ມີຈຳນວນ 26 ຄົນ, ຍິງ 05 ຄົນ. ຄອບຄົວຜົວເມຍບໍ່ຖືກຕ້ອງປະຮ້າງກັນ 03 ກໍລະນີ, ລັກຊັບພົນລະເມືອງ 03 ຄັ້ງ, ມົ້ວສູມຢາເສບຕິດ ແລະ ທຳຮ້າຍຮ່າງກາຍ 02 ຄັ້ງ, ອຸປະຕິເຫດເກີດຂື້ນ 08 ຄັ້ງ.

ຈາກນັ້ນ ບັນດາຜູ້ເຂົ້າຮ່ວມກໍ່ໄດ້ຜັດປ່ຽນກັນຂື້ນປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການໃນ 03 ເດືອນຕໍ່ໜ້າ ເພື່ອໃຫ້ມີເນື້ອໃນສົມບູນຄົບຖ້ວນກ່ວາເກົ່າ.

 

About admin11