ໄຊຈຳພອນ ປຶກສາຫາລືປຸກລະດົມຂົນຂວາຍອາສາສະໜັກ ບໍລິຈາກເລືອດ

 

ໃນຕອນບ່າຍຂອງວັນທີ 14 ທັນວາ 2020 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປຶກສາຫາລື ການປຸກລະດົມຂົນຂວາຍອາສາສະໜັກບໍລິຈາກເລືອດ ພາຍໃຕ້ການເປັນປະທານ ຂອງທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈຳພອນ ມີຄະນະຮັບຜິດຊອບປຸກລະດົມຂົນຂວາຍອາສາສະໜັກບໍລິຈາກເລືອດ, ຫົວໜ້າ, ຮອງຫ້ອງການ, ອຳນວຍການໂຮງໝໍຊຸມຊົນເມືອງ, ອຳນວຍການໂຮງຮຽນ ມສ ໂພນສີ ແລະ ນາຍບ້ານເທດສະບານເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ສາຍຄຳ ອຸດົມວົງ ຮອງຫົວໜ້າຫ້ອງການ ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງໄຊຈຳພອນ ສະບັບເລກທີ 297/ມຊພ, ລົງວັນທີ 10 ທັນວາ 2020 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການປຸກລະດົມການຂົນຂວາຍອາສາສະໜັກບໍລິຈາກເລືອດ, ຈາກນັ້ນ ຄະນະຮັບຜິດຊອບໄດ້ພ້ອມກັນມີຄຳເຫັນ ເຊີ່ງຮ່ວມກັນເອກະພາບກຳນົດເອົາຈຸດບໍລິຈາກ ໃຫ້ເປັນຈຸດດຽວ ຢູ່ສຳນັກງານເມືອງໄຊຈຳພອນ.

ຕອນທ້າຍກອງປະຊຸມ ທ່ານຮອງເຈົ້າເມືອງ ໄດ້ເນັ້ນໃຫ້ທຸກຂະແໜງການ ຈົ່ງເຂົ້າຮ່ວມກິດຈະກຳບໍລິຈາກເລືອດໃຫ້ເປັນຂະບວນການຢ່າງຟົດຟື້ນ ແລະ ປຸກລະດົມປວງຊົນເຂົ້າຮ່ວມບໍລິຈາເລືອດເພື່ອຊ່ວຍສັງຄົມ.

About admin11