ກົມ ຕມ ກະຊວງ ປກສ ລົງຊີ້ນໍາວຽກງານຢູ່ ປກສ ແຂວງບໍລິຄໍາໄຊ

ຕອນເຊົ້າ ວັນທີ 14 ທັນວາ 2020 ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ໄດ້ລົງຊີ້ນໍາວຽກງານ ກວດກາຄົນເຂົ້າ-ອອກ ເມືອງ ຢູ່ກອງບັນຊາການ ປກສ ເແຂວງບໍລິຄໍາໄຊ, ນໍາໂດຍທ່ານ ພົນຈັດຕະວາ ຈູມມະນີ ວົງມະນີ ຄະນະພັກກະຊວງ ຮອງຫົວໜ້າກົມໃຫ່ຍສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ມີທ່ານຮອງຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ທ່ານຫົວໜ້າຫ້ອງສັນຕິບານ ປກສ ແຂວງ, ມີຄະນະດ່ານ ຕມ ສາກົນນໍ້າພາວ, ດ່ານ ຕມ ສາກົນ ປາກຊັນ ແລະ ຄະນະພະແນກ ຕມ ປກສ ແຂວງ ເຂົ້າຮ່ວມ.

ທີ່ປະຊຸມ ບັນດາຄະນະດ່ານ, ຄະນະຫ້ອງ, ພາກສ່ວນທີ່ກ່ຽວຂ້ອງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານ ກວດກາຄົນເຂົ້າ-ອອກເມືອງ,  ພາຫະນະເຂົ້າ-ອອກເມືອງ ແລະ ເອົາໃຈໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຕາມຊາຍແດນ ເປັນຕົ້ນແມ່ນການລັກເຂົ້າ-ອອກເມືອງ, ບັນຫາການຄ້າ-ຂາຍຢາເສບຕິດ, ຄ້າ-ຂາຍເຖື່ອນ, ການເຄື່ອນຍ້າຍຊັບພະຍາກອນທໍາມະຊາດທີ່ຜິດຕໍ່ລະບຽບກົດໝາຍ.

ໂອກາດດຽວກັນນີ້ ທ່ານ ພົນຈັດຕະວາ ຈູມມະນີ ວົງມະນີ ໄດ້ໃຫ້ກຽດໂອ້ລົມ ເຊີ່ງທ່ານໄດ້ເນັ້ນ ໃຫ້ພະແນກ ຕມ ແລະ ເຈົ້າໜ້າທີ່ປະຈຳດ່ານສາກົນ ຈົ່ງເພີ່ມທະວີຕໍ່ກັບການຈັດຕັ້ງປະຕິບັດວຽກງານກວດກາຄົນເຂົ້າ-ອອກເມືອງ, ການປະສານງານ, ຂອບເຂດສິດ ແລະ ໜ້າທີ່ຂອງຄະນະດ່ານ, ມີຄວາມເປັນເອກະພາບກັນລະຫວ່າງດຂັ້ນເທີງກັບທ້ອງຖີ່ນ ໃນການຈັດຕັ້ງປະຕິບັດວຽກງານໃຫ້ມີປະສິດທິພາບສູງ, ຮູ້ໄດ້ການພົວພັນຮ່ວມມືເປີດກວ້າງກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ການຮ່ວມມືສາກົນ.

About admin11