ບໍລິສັດຮັກສາຄວາມປອດໄພ ຈັດອົບຮົມວຽກງານຕ້ານ ແລະ ສະກັດກັ້ນອັກຄີໄພ

ໃນວັນທີ 30 ສິງຫາ 2021 ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານ ອັກຄີໄພ ປກສ ແຂວງ ບໍລິຄໍາໄຊ ໄດ້ລົງໂຄສະນາ, ຝຶກອົບຮົມ ວິທີສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ບໍລິສັດ ຮັກສາຄວາມປອດໄພ ແຂວງບໍລິຄໍາໄຊ ເພື່ອເປັນການເພີ່ມຄວາມຮູ້ໃນການນໍາໃຊ້ໄຟຈາກອາຍແກ໊ສ ແລະ ເພີ່ມທະວີສະຕິໃນການສະກັດກັ້ນ ແລະ ຕ້ານອັກຄີໄພ ທີ່ອາດຈະເກີດຂື້ນ.

ນໍາໂດຍ ທ່ານ ພັນຕີ ຄອນສະຫວັນ ຈະເລີນສຸກ ຮອງຫົວໜ້າພະແນກ ຕຳຫຼວດສະກັດກັ້ນ ແລະ ຕ້ານ ອັກຄີໄພ ປກສ ແຂວງ, ພ້ອມທີມງານ, ໂດຍການເຂົ້າຮ່ວມຂອງທ່ານ ພທ ນາງ ພີມພອນ ດວງສະຫງ່າ ຫົວຫນ້າ ບໍລິສັດຮັກສາຄວາມປອດໄພ ແຂວງ ບໍລິຄໍາໄຊ ມີພະນັກງານພາຍໃນບໍລິສັດ ເຂົ້າຮ່ວມ.

ທ່ານ ພັນຕີ ຄອນສະຫວັນ ຈະເລີນສຸກ ຍົກໃຫ້ເຫັນເຖີງສາເຫດ ການເກິດອັກຄີໄພ ທີ່ເກີດຈາກໄຟລັດວົງຈອນ, ການໄຕ້ທູບທຽນບູຊາ, ການດັງໄຟເພື່ອແຕ່ງຢູ່ຄົວກິນ ແລະ ອື່ນໆ ຢູ່ຈຸດຕ່າງໆ ທີ່ໄດ້ສ້າງຄວາມເສຍຫາຍທາງດ້ານຊັບສິນ, ສຸຂະພາບ ແລະ ຊີວິດຂອງປະຊາຊົນບັນດາເຜົ່າເປັນຈໍານວນຫຼວງຫລາຍໃນແຕ່ລະປີ.

ຍ້ອນເຫັນໄດ້ເຖີງຜົນເສຍຫາຍ ແລະ ໄພອັນຕະລາຍນັ້ນ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ຈຶ່ງໄດ້ລົງຝຶກອົບຮົມວິທີສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ບໍລິສັດດັ່ງກ່າວ ເພື່ອໃຫ້ພະນັກງານພາຍໃນບໍລິສັດ ໄດ້ນໍາເອົາຄວາມຮູ້ ໄປໝູນໃຊ້ເຂົ້າໃນການປົກປ້ອງສິດຜົນປະໂຫຍດເພື່ອຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ພ້ອມທັງໄດ້ອະທິບາຍຄວາມຮູ້ພື້ນຖານກ່ຽວກັບການສະກັດກັ້ນ ແລະ ຕ້ານອັກຄີໄພ ວິທີປະຕິບັດເມື່ອເກີດອັກຄີໄພ, ການເອົາຕົວລອດຈາກອັກຄີໄພ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍອອກຈາກສະຖານທີ່ເກີດເຫດ, ວິທີການນໍາໃຊ້ອຸປະກອນຂັ້ນພື້ນຖານໃນການມອດໄຟ ເຊັ່ນ: ການໃຊ້ຜົງເຄມີແຫ້ງ, ການໃຊ້ນໍ້າມອດໄຟ, ເຄມີໂຟມ, ທາດອາຍບໍ່ຕິດໄຟ ແລະ ອື່ນໆ.

ອະທິບາຍເຖີງວິທີການກວດກາບັ້ງມອດໄຟ, ລະບົບສຽງສັນຍານເຕືອນໄພ ແລະ ລະບົບນໍ້າປະປາທີ່ຕິດຕັ້ງຕາມຈຸດຕ່າງໆ ໃຫ້ຢູ່ໃນສະພາບພ້ອມໃຊ້ງານຢູ່ສະເໝີ.

ຈາກນັ້ນກໍ່ໄດ້ມີການສາທິດ ແລະ ການນໍາໃຊ້ອຸປະກອນມອດໄຟຂັ້ນພື້ນຖານ ການຈໍາລອງເວລາມີເຫດການໄຟໄໝ້ຈາກຖັງແກັດ ໃຫ້ບັນດາຜູ້ເຂົ້າຮ່ວມຮັບຊົມ, ຮຽນຮູ້ ແລະ ຈັດຕັ້ງລົງມືປະຕິບັດຕົວຈິງໃນການນໍາໃຊ້ບັ້ງມອດໄຟ, ການມອດໄພຈາກຖັງແກັດ ການແກ້ໄຂສະກັດກັ້ນເຫດການໄຟໄໝ້ຂັ້ນພື້ນຖານກອນທີ່ເຈົ້າໜ້າທີ່ດັບໄຟຈະມາຊ່ວຍ, ວີທີຊ່ວຍເຫຼືອຕົນເອງ ແລະ ຜູ້ຖືກເຄາະຮ້າຍອອກຈາກສະຖານທີ່ເກີດເຫດໄດ້ຢ່າງປອດໄພ.

ພາຍຫຼັງຝຶກອົບຮົມສໍາເລັດແລ້ວ ກໍ່ໄດ້ມອບໃບຢັ້ງຢືນການຝຶກອົບຮົມວິທີສະກັດກັ້ນ ແລະ ການຕ້ານອັກຄີໄພ ໃຫ້ເເກ່ບໍລິສັດ ຮັກສາຄວາມປອດໄພ ແຂວງບໍລິຄໍາໄຊ ເພື່ອເປັນຫລັກຖານ.

About admin11