ປະເມີນສ້າງ 7 ບ້ານກຸ່ມນາຊວງ ເປັນບ້ານປ້ອງກັນຊາດເຂັ້ມແຂງ

ໃນວັນທີ 20 ຕຸລາ 2022 ຢູ່ຫ້ອງການບ້ານນໍ້າກ້າງ ເມືອງວຽງທອງ ແຂວງບໍລິຳໄຊ ກອງບັນຊາການທະຫານເມືອງໄດ້ຈັດພິທີເປີດການປະເມີນສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ 7 ບ້ານ: ບ້ານນາຊວງ, ຫີນໂງ່ນ, ນາດີ, ນາວັງໄຄ້, ອຸດົມໄຊ, ໜອງປາດ ແລະ ບ້ານຜາຂອດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ, ຮອງປະທານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ຂັ້ນເມືອງ, ທ່ານ ພັທ ສົມພົງ ພົມມະວາດ ຫົວໜ້າການເມືອງກອງບັນຊາການທະຫານເມືອງວຽງທອງ, ມີອຳນາດການປົກຄອງບ້ານ ກຸ່ມນາຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພິທີ ໄດ້ຜ່ານບັນດານິຕິກໍາຂອງຂັ້ນເທີງກ່ຽວກັບການປະເມີນສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ພ້ອມທັງຜ່ານແຜນການດໍາການປະເມີນຕົວຈິງໃຫ້ໄປຕາມ 4 ເນື້ອໃນ 4 ຄາດໝາຍ, ເພື່ອເປັນການປຸກລະດົມຂະບວນການຮັກຊາດ ແລະ ພັດທະນາ ຕິດພັນກັບວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ສ້າງຄອບຄົວ, ບ້ານ, ເມືອງ, ແຂວງ ໃຫ້ມີຄວາມສະຫງົບປອດໄພ ສາມາດຕ້ານກັບທຸກກຳລັງອິດທິປໍລະປັກຂອງກຸ່ມຄົນບໍ່ຫວັງດີ, ເຮັດໃຫ້ບ້ານມີສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວ ແລະ ພັດທະນາຢ່າງຕໍ່ເນື່ອງ.

About admins14