ເຈົ້າເມືອງວຽງທອງ ລົງສຳຫຼວດຄວາມເປັນໄປໄດ້ ໃນການສ້າງຊົນລະປະທານ

ໃນວັນທີ 19 ຕຸລາ 2022 ທ່ານ ພັອ ຄໍາແພນ ວິລື້ທໍາ ເຈົ້າເມືອງວຽງທອງ ແຂວງບໍລິຄໍາໄຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ແລະ ອຳນາດການປົກຄອງບ້ານ ໄດ້ລົງສຳຫຼວດ, ກວດກາເບີ່ງພື້ນທີ່ຕົວຈີງ ໃນການເຮັດຊົນລະປະທານແບບປະຖົມປະຖານຂອງຊາວບ້ານອຸດົມໄຊ ເຊິ່ງຜ່ານມາ ປະຊາຊົນໄດ້ພ້ອມກັນເຮັດ ແລະ ນຳໃຊ້ ແຕ່ບໍ່ໄດ້ຮັບຜົນດີ, ມີການເປ່ເພ ໄດ້ເຮັດໃໝ່ທຸກປີ.

ພ້ອມກັນນີ້ ທ່ານກໍ່ໄດ້ລົງກວດກາເບີ່ງລະບົບຊົນລະປະທານຢູ່ບ້ານ້ຳຢ້າງ ເພາະຜ່ານມາ ມີການເປ່ເພນ້ຳໄຫຼເຂົ້າຫົດເນື້ອທີ່ນາບໍ່ທົ່ວເຖີງ ເພື່ອຈະນຳມາຄົ້ນຄົ້ວຊອກຫາວິທີສ້ອມແປງຄືນ ໃຫ້ທັນນຳໃຊ້ນຳ້ເຂົ້າໃນການຜະລິດລະດູແລ້ງທີ່ຈະມາເຖີງນີ້.

About admins14