ການເງິນເມືອງວຽງທອງ ສະຫຼຸບການຈັດຕັ້ງປະຕິບັດງົບປະມານ ປະຈຳ 9 ເດືອນ

ໃນວັນທີ 20 ຕຸລາ 2022 ຢູ່ຫ້ອງປະຊຸມຊັ້ນ3 ຫ້ອງວ່າການເມືອງວຽງທອງ ຫ້ອງການເງິນເມືອງ ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດງົບປະມານ ປະຈຳ 9 ເດືອນ ແລະ ທິດທາງ 3 ເດືອນທ້າຍປີ ເປັນກຽດເຂົ້າຮ່ວມຂອງທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງວຽງທອງ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ, ມີຫົວໜ້າຫ້ອງການ ອ້ອມຂ້າງເມືອງ ແລະ ພະນັກງານຫ້ອງການເງິນ ເຂົ້າຮ່ວມ.

9 ເດືອນຜ່ານມາ ການຈັດຕັ້ງເກັບລາຍຮັບງົບປະມານ ທີ່ໄດ້ດຸນດ່ຽງຈາກແຂວງ ແຜນການປີ 22.065.830.000 ກີບ ປະຕິບັດໄດ້ 18.209.590.000 ກີບ ເທົ່າກັບ 77,82 % ຂອງແຜນການປີ, ລາຍຮັບພາຍໃນເມືອງ ແຜນການປີ 3.682.000.000 ກີບ ປະຕິບັດໄດ້ 2.994.420.545 ກີບ ເທົ່າກັບ 81,33% ຂອງແຜນປີ, ໃນນັ້ນ ຮັບຈາກສ່ວຍສາອາກອນ ແລະ ທີ່ດິນ ແຜນການປີ 3.331.500.000 ກີບ ປະຕິບັດໄດ້ 2,520,806,935 ກີບ ເທົ່າກັບ 75,67%, ຮັບຈາກຊັບສິນແຜນການປີ 350 ລ້ານກົ່ວກີບ ປະຕິບັດໄດ້ 473 ລ້ານກົ່ວກີບ ເທົ່າກັບ 135,13% ແລະ ວຽກງານເກັບລາຍຮັບບ້ານສາມສ້າງບ້ານນ້ຳຢ້າງ ປະຕິບັດໄດ້ 96.423.016 ກີບ ເທົ່າກັບ 61,57%, ບ້ານສາມສ້າງຈອມທອງ ປະຕິບັດໄດ້ 78.964.626 ກີບ ເທົ່າກັບ 89,53%, ດ້ານການຄຸ້ມຄອງລາຍຈ່າຍງົບປະມານແຜນການປີ 27 ຕື້ກົ່ວກີບ ປະຕິບັດໄດ້ 21 ຕື້ກົ່ວກີບ ເທົ່າກັບ 78,29%, ໃນນັ້ນ ຈ່າຍເງິນເດືອນ ປະຕິບັດໄດ້ 14 ຕື້ກົ່ວກີບ ເທົ່າກັບ 76,80%, ເງິນນະໂຍບາຍເບ້ຍລ້ຽງຕ່າງໆ ປະຕິບັດໄດ້ 2 ຕື້ກົ່ວກີບ ເທົ່າກັບ 81,17%, ເງິນບໍລິຫານ ປະຕິບັດໄດ້ 2 ຕື້ກົ່ວກີບເທົ່າກັບ 71,46%, ເງິນດັດສົມ – ສົ່ງເສີມ ປະຕິບັດໄດ້ 676 ລ້ານກວ່າກີບ ເທົ່າກັບ 76,21%.

About admins14