ປະເມີນຜົນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານຈຸດສຸມເຂດໃຈກາງແຂວງບໍລິຄໍາໄຊ ປະຈໍາປີ 2022

ວັນທີ 23 ສິງຫາ 2022 ແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມ ປະເມີນຜົນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານຈຸດສຸມເຂດໃຈກາງ ປະຈໍາປີ 2022 ທີ່ຫ້ອງປະຊຸມເບີ 1 ກອງບັນຊາການ ປກສ ແຂວງ ໂດຍການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ບໍລິຄໍາໄຊ, ທ່ານ ພົນໂທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫົງບ, ມີການນໍາກະຊວງ ປກສ, ການນໍາຂັ້ນແຂວງ, ກອງບັນຊາການທະຫານແຂວງ, ກອງບັນຊາການ ປກສ ແຂວງ, ບັນດາທ່ານເຈົ້າເມືອງ 7 ເມືອງ, ກອງບັນຊາການ ປກສ 7 ເມືອງ, ພະນັກງານກໍ່ສ້າງຮາກຖານ 916, ເລຂາພັກບ້ານ-ນາຍບ້ານທີ່ກ່ຽວຂ້ອງເຂົ້າຮ່ວມ.

ວຽກງານກໍ່ສ້າງຮາກຖານຈຸດສຸມເຂດໃຈກາງແຂວງ ບໍລິຄໍາໄຊ ປະຈໍາປີ 2022 ຜ່ານການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາ ແລະ ປະເມີນຜົນຢູ່ 11 ບ້ານຫຼໍ່ແຫຼມ ພາຍໃນ 04 ເມືອງ ເຫັນວ່າ ອໍານາດການປົກຄອງບ້ານມີຄວາມເຂັ້ມແຂງ, ບ້ານມີຄວາມສະຫົງບທາງດ້ານການເມືອງ ແລະ ມີຄວາມເປັນລະບຽບຮຽບຮ້ອຍປອດໄພທາງສັງຄົມ, ບັນດາກໍລະນີທີ່ເກີດຂື້ນພາຍໃນບ້ານຫຼຸດລົງຫຼາຍກ່ວາເຄິ່ງໜຶ່ງ, ບ້ານໄດ້ຮັບການຢັ້ງຢືນເປັນບ້ານປ້ອງກັນຄວາມສະຫງົບດີ ແລະ ເປັນບ້ານປອດຄະດີ, ອໍານາດການປົກຄອງ, ການຈັດຕັ້ງທີ່ກ່ຽວຂ້ອງ, ປະຊາຊົນພາຍໃນບ້ານຮັບຮູ້, ເຂົ້າໃຈຕໍ່ແນວທາງຂອງພັກ-ລະບຽບກົດໝາຍຂອງລັດ ປະກອບສ່ວນເຂົ້າໃນວຽກງານຮາກຖານຢ່າງເລິກເຊິ່ງ ກ້ວາງຂວາງ,

ຜ່ານການປະເມີນຜົນສາມາດເກັບກໍາຂື້ນບັນຊີເປົ້າໝາຍຕ່າງໆໄດ້ທັງໝົດ 1,670 ຄົນ, ຍິງ 472 ຄົນ, ໄດ້ຮັບການແກ້ໄຂສໍາເລັດ 1,134 ຄົນ, ຍິງ 57 ຄົນ,ໃນນີ້ ພົວພັນຢາເສບຕິດ 776 ຄົນ, ຍິງ 39 ຄົນ, ດື້ດ້ານບໍ່ຟັງຄວາມການຈັດຕັ້ງ 153 ຄົນ, ຍິງ 13 ຄົນ, ນັກເລງອັນຕະພານ, ກໍ່ອາລະວາດຕີກັນ 36 ຄົນ, ຍົກຍ້າຍຖິ່ນຖານ, ຕັ້ງພູມລໍາເນົາບໍ່ຖືກຕ້ອງ 267 ຄອບຄົວ, ຕັ້ງສະນໍາໃນເຂດຫວງຫ້າມ 162 ຄອບຄົວ, ມີອາວຸດເຖື່ອນ 155 ຄົນ, ຄ້າຂາຍເຖື່ອນ 61 ຄົນ, ຂີ້ລັກງັດແງະ 35 ຄົນ, ຂັດແຍ່ງທີ່ດິນ 16 ຄອບຄົວ, ຂັດຂວາງການປະຕິບັດງານຂອງເຈົ້າໜ້າທີ່ 06 ຄົນ, ຢຶດຂອງກາງໄດ້ຢາບ້າ 4,794 ເມັດ, ຄັນຊາອັດແທ່ງ 200 ກິໂລກຼາມ, ລົດກະບະ 01 ຄັນ, ລົດຈັກ 01 ຄັນ, ປືນແກັບແຕ່ງ 01 ກະບອກ, ເຫຼັກງັດ 02 ອັນ, ມີດ 03 ດວງ, ຢາໄອ້ 01 ຫຼອດ, ໄດ້ຮັບການອຸປະຖໍາຊ່ວຍເຫຼືອຈາກປະຊາຊົນເປັນເງິນ ຈໍານວນ 10,000,000 ກີບ, ຈາກຜົນການຈັດຕັ້ງປະຕິບັດການປະເມີນຄືດັ່ງກ່າວ ສາມາດລົບລ້າງຈໍານວນ 6 ບ້ານອອກຈາກບ້ານຫຼໍ່ແຫຼມ ແລະ 1 ເມືອງ ອອກຈາກເມືອງຫຼໍ່ແຫຼມໄດ້ຢ່າງສົມບູນ, ທິດທາງແຜນການໃນຕໍ່ໜ້າແມ່ນສືບຕໍ່ຕິດຕາມ, ກວດກາ ແລະ ແກ້ໄຂ ຈໍານວນ 5 ບ້ານໃນ 3 ເມືອງທີ່ຍັງບໍ່ທັນສາມາດລົບລ້າງອອກຈາກບ້ານຫຼໍ່ແຫຼມ ເພື່ອເປັນພື້ນຖານໃຫ້ແກ່ການປະເມີນຜົນໃຫ້ສໍາເລັດຕາມແຜນການທີ່ກໍານົດໄວ້.

 

ຕອນທ້າຍ ທ່ານ ພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫົງບ, ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄໍາໄຊ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫົງບ ແຂວງ ໄດ້ຜັດປ່ຽນກັນມີຄໍາເຫັນໂອ້ລົມ ແລະໃຫ້ທິດຊີ້ນໍາ ເຊິ່ງໄດ້ກ່າວສະແດງຄໍາຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ຍາດມາໄດ້ ແລະ ໄດ້ເນັ້ນໜັກໃຫ້ທຸກພາກສ່ວນຈົ່ງພ້ອມກັນສືບຕໍ່ເຮັດວຽກງານກໍ່ສ້າງຮາກຖານການເມືອງຈຸດສຸມເຂດໃຈກາງຂອງແຂວງ ໂດຍຕິດພັນກັບວຽກງານສາມສ້າງ ທີ່ກົມການເມືອງສູນກາງພັກວາງອອກ, ຄຽງຄູ່ກັບການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຸ້ຍງຍາກທາງດ້ານເສດຖະກິດການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ, ກໍ່ຄື 9 ຫົວຂໍ້ສໍາມະນາວິທະຍາສາດ, ການແກ້ໄຂບັນຫາ 4 ເຖື່ອນຂອງແຂວງໃຫ້ມີປະສິດທິຜົນສູງ, ສືບຕໍ່ສືບຕໍ່ຕິດຕາມ, ກວດກາ, ແກ້ໄຂ ແລະ ປະເມີນຜົນ ຈໍານວນ 5 ບ້ານໃນ 3 ເມືອງທີ່ຍັງບໍ່ທັນປົດອອກຈາກບ້ານຫຼໍ່ແຫຼມໃຫ້ສໍາເລັດຕາມແຜນການທີ່ກໍານົດໄວ້.

ໃນໂອກາດດຽວກັນ ທ່ານ ພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫົງບ ຍັງໄດ້ມອບເງິນ ຈໍານວນ 30,000,000 ກີບໃຫ້ແກ່ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ເພື່ອນໍາໃຊ້ເຂົ້າໃນວຽກງານວິຊາສະເພາະດ້ານຕ່າງໆອີກດ້ວຍ.

About admins14