ປິດຝຶກອົບຮົມວຽກງານຂຶ້ນທະບຽນອອກໃບຕາດິນແບບເປັນລະບົບ ຢູ່ເມືອງປາກກະດິງ

ໃນວັນທີ 24 ສິງຫາ2022 ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດ ເມືອງປາກກະດິງ ໄດ້ມີພິທີປິດຝຶກອົບຮົມວຽກງານຂຶ້ນທະບຽນອອກໃບຕາດິນແບບເປັນລະບົບ, ໂດຍເປັນກຽດເຂົ້້າຮ່ວມຂອງທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍລິຄຳໄຊ, ມີສຳມະນາກອນທ່ີກ່ຽວຂ້ອງພາຍໃນເມືອງເຂົ້າຮ່ວມ.

ຜ່ານການຝຶກອົບຮົມວຽກງານຂຶ້ນທະບຽນອອກໃບຕາດິນແບບເປັນລະບົບ ໃຫ້ໜ່ວຍງານຂື້ນທະບຽນອອກໃບຕາດິນ ຢູ່ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນລະຫວ່າງ ວັນທີ 9 ຫາ 24 ສິງຫາ 2022 ໂດຍມີພະນັກງານລັດຖະກອນ ແລະ ພະນັກງານຕາມສັນຍາຂອງໂຄງການເຂົ້າຮ່ວມຝຶກອົບຮົມ 38 ທ່ານ. ເຊິ່ງໄດ້ຮ່ຳຮຽນທັງພາກທິດສະດີ ແລະ ລົງສະໜາມປະຕິບັດຕົວຈິງ ກ່ຽວກັບຂັ້ນຕອນການສຳຫລວດ, ການເກັບກຳຂໍ້ມູນ, ການສືບສວນ-ສອບສວນສິດ, ການຈົດທະບຽນ, ການຂຶ້ນທະບຽນສໍາມະໂນຕອນດິນ, ເຊີ່ງຈຸດປະສົງການຝຶກອົບຮົມຄັ້ງນີ້ກໍ່ເພື່ອແນໃສ່ໃຫ້ວຽກງານການຂື້ນທະບຽນອອກໃບຕາດິນແບບເປັນລະບົບ ຢູ່ເມືອງປາກກະດິງ ບັນລຸຕົວເລກຕາມແຜນໃນປີ 2022 ຈຳນວນ 4.000 ຕອນ, ເຊິ່ງປະຈຸບັນຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງປາກກະດິງ ສາມາດຂື້ນທະບຽນອອກໃບຕາດິນໄດ້ແລ້ວ 583 ຕອນ ເທົ່າກັບ 14,58%.

ໃນພິທີຍັງໄດ້ມອບໃບຢັ້ງຢືນໃຫ້ນັກສຳມະນາກອນທີ່ຜ່ານການຝຶກອົບຮົມໃນຄັ້ງນີ້ 38 ທ່ານ, ມອບໃບຍ້ອງຍໍໃຫ້ຄູຝຶກ 4 ທ່ານ ແລະ ຍັງໄດ້ມອບກ້ອງວັດແທກດິນ( GNSS RTK)ຈຳນວນ 1 ຊຸດ ໃຫ້ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງປາກກະດິງ ນຳໃຊ້ເຂົ້າໃນວຽກງານຂື້ນທະບຽນອອກໃບຕາດິນໃຫ້ມີຄວາມສະດວກຂື້ນຕື່ມ.

About admins14