ຊາວໜຸ່ມ-ແມ່ຍິງ ປກສ ແຂວງບໍລິຄຳໄຊ ເປີດຂະບວນການບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ໃນວັນທີ 24 ສິງຫາ 2022 ອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງ ກອງບັນຊາການປ້ອງກັນຄວາມສະຫງົບແຂວງບໍລິຄໍາໄຊ, ຮ່ວມກັບອົງການກາແດງແຂວງ ໄດ້ສ້າງຂະບວນການຈັດກິດຈະກຳບໍລິຈາກເລືອດຊ່ວຍເຫຼືອສັງຄົມ, ພາຍໃຕ້ຄຳຂັວນທີ່ວ່າ: “ຕໍາຫຼວດປະຊາຊົນ, ມາຈາກປະຊາຊົນ, ໂດຍປະຊາຊົນ, ຮັບໃຊ້ປະຊາຊົນ” ໃຫ້ກຽດເຂົ້າຮ່ວມພິທີເປີດຂະບວນການດັ່ງກ່າວໂດຍ ສະຫາຍ ພັນໂທ ຄຳໝັ້ນ ໄຂທະວີສຸກ ຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ, ມີສະຫາຍ ພັນໂທ ນາງ ສີສົມພອນ ຈະເລີນລາດ ຮອງປະທານສະຫະພັນແມ່ຍິງຮາກຖານ ປກສ ແຂວງ, ມີທີມແພດຈາກອົງການກາແດງແຂວງ, ພະແນກເສນາຮັກ, ນາຍ ແລະ ພົນຕຳຫຼວດ ຕະຫຼອດຮອດສະມາຊິກຊາວໜຸ່ມ-ຍິງ ປກສ ແຂວງ ເຂົ້າຮ່ວມ.

ການບໍລິຈາກເລືອກໃນຄັ້ງນີ້ ກໍ່ເພື່ອແນ່ໃສ່ສະໜອງເລືອດໃຫ້ບັນດາໂຮງໝໍແຫ່ງຕ່າງໆ ທັງຢູ່ສູນກາງແລະທ້ອງຖິ່ນ ໃຫ້ມີເລືອດໄວ້ຕອບສະໜອງຕາມຄວາມຕ້ອງການຂອງຄົນເຈັບ, ປັດຈຸບັນເຫັນວ່າຢູ່ໂຮງໝໍຫຼາຍແຫ່ງ ເລືອດແມ່ນມີຄວາມຂາດແຄນຫລາຍ ແລະ ເລືອດແມ່ນມີຄວາມສຳຄັນ ແລະ ຈໍາເປັນທີ່ສຸດເພື່ອໄປຊ່ວຍກອບກູ້ເອົາຊີວິດຜູ້ທີ່ພວມເຈັບປ່ວຍ, ໂດຍສະເພາະແມ່ນຜູ້ທີ່ຕ້ອງການເລືອດ. ທັງເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ເປັນຕົ້ນກໍ່ແມ່ນວັນຢຶດອຳນາດທົ່ວປະເທດ ຄົບຮອບ 47 ປີ ( 23 ສິງຫາ 1975 – 23 ສິງຫາ 2022 ) ໃຫ້ມີບັນຍາກາດຟົດຟື້ນ, ກ້ວາງຂວາງເຕັມໄປດ້ວຍຄວາມໝາຍ, ຄວາມສໍາຄັນ ຢ່າງເລິກເຊິ່ງ ພ້ອມທັງສະແດງໃຫ້ເຫັນເຖິງນ້ຳໃຈເສຍສະຫຼະ ແລະ ນ້ຳໃຈສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງບັນດາສະມະຊິກຊາວໜຸ່ມ-ແມ່ຍິງ ປກສ ແຂວງ ບໍລິຄຳໄຊ ທີ່ມີຕໍ່ສັງຄົມຢ່າງໜັກແໜ້ນ, ໃນນີ້ມີສະມາຊິກຊາວໜຸ່ມ-ແມ່ຍິງສະໝັກໃຈຮ່ວມບໍລິຈາກເລືອດຈຳນວນ 15 ສະຫາຍ, ຍິງ 8 ສະຫາຍ.

About admins14