ປະທານ ສູນກາງສະຫະພັນແມ່ຍິງລາວ ລົງຢ້ຽມຢາມກຸ່ມຫັດຖະກໍາ ເມືອງ ທ່າພະບາດ

 

ໃນວັນທີ 19 ມີນາ 2021 ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ແລະ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ໄດ້ລົງມາໂອ້ລົມຢ້ຽມຢາມກຸ່ມຫັດຖະກໍາຈັກສານ ບ້ານ ພະບາດໂພນສັນ ( ຄຸ້ມນາເຂົ້າພະ) ແລະ ຫັດຖະກຳຕ່ຳຫູກ ບ້ານ ໄຊສະຫວ່າງ ເມືອງ ທ່າພະບາດ ແຂວງບໍລິຄຳໄຊ ໂດຍການຕ້ອນຮັບຈາກທ່ານ ພູວົງ ພິມມະສອນ ຮອງເລຂາພັກເມືອງ, ປະທານສະຫະພັນແມ່ຍິງເມືອງ ພ້ອມດ້ວຍຄະນະ ແລະ ພໍ່ແມ່ປະຊາຊົນທັງ 2 ບ້ານເຂົ້າຮ່ວມ.

ໃນການລົງເຄື່ອນໄຫວຂອງທ່ານໃນຄັ້ງນີ້ ກໍ່ເພື່ອຊຸກຍູ້ສົ່ງເສີມການສ້າງເສດຖະກິດຄອບຄົວໃນວຽກງານຫັດຖະກຳໃຫ້ແມ່ຍິງບ້ານ ພະບາດໂພນສັນ ໂດຍສະເພາະ ( ຄຸ້ມນາເຂົ້າພະ ), ກຸ່ມຫັດຖະກໍາຈັກສານດັ່ງກ່າວນີ້ ສ້າງຕັ້ງຂຶ້ນໃນປີ 2008 ເຊິ່ງມາຮອດປະຈຸບັນ ກຸ່ມຫັດຖະກໍາມີທັງໝົດ 128 ຄອບຄົວ.

ສ່ວນຫລາຍ ສິນຄ້າ ແມ່ນປະເພດຕີບເຂົ້າ, ຂັນຕັກບາດ, ກະເປົາພາຍ, ກັບໃສ່ທິດຊູ ແລະ ຜະລິດຕະພັນຫຼາກຫຼາຍແບບ ເຊິ່ງໄດ້ຜະລິດຈາກໄມ້ປ່ອງທໍາມະຊາດໃນຂອບເຂດປ່າຊົມໃຊ້ຂອງບ້ານ ຈາກຜະລິດຕະພັນດັ່ງກ່າວ ສາມາດສ້າງລາຍຮັບໄດ້ສະເລ່ຍ 620.000 ກີບຕໍ່ເດືອນຕໍ່ຄົນ, ປີໜຶ່ງກຸ່ມຫັດຖະກໍາສາມາດຜະລິດໄດ້ 48.000 ໜ່ວຍ ມີມູນຄ່າຈໍາໜ່າຍທັງໝົດ 948.000.000 ກີບຕໍ່ປີ, ສ່ວນການຈໍາໜ່າຍສິນຄ້າແມ່ນຂາຍໄປຕ່າງປະເທດ (ປະເທດໄທ ) ແລະ ຕາມຕະຫຼາດນັດພາຍໃນປະເທດ.

ຈາກນັ້ນ ປະທານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ກໍ່ໄດ້ລົງໄປຍ້ຽມຍາມກຸ່ມຜະລິດຫັດຖະກໍາຕໍ່າຫູກ ບ້ານໄຊສະຫວ່າງ ເຊິ່ງບ້ານດັ່ງກ່າວ ໄດ້ມີມູນເຊື້ອໃນການຕ່ຳຫູກທໍ່ໄໝສືບທອດຕໍ່ໆກັນມາ ທີ່ມີສີໄມ້ລາຍມືອັນປານີດ ແລະ ສວຍງາມ ໂດຍ ທ່ານ ນາງ ອໍາມາລາ ວົງວິໄລ ໄດ້ເປັນຜູ້ລິເລີ່ມຕໍ່າກ່ອນໝູ່ ຈາກນັ້ນ ໄດ້ຂະຫຍາຍຫຼາຍໆຄອບຄົວ ເຊິ່ງເບື້ອງຕົ້ນມີ 14 ຄອບຄົວ 14 ກີ່ ໂດຍບວກກັບແນວທາງນະໂຍບາຍຂອງພັກ-ລັດ ໄດ້ລົງຊຸກຍູ້ສົ່ງເສີມພໍ່ແມ່ປະຊາຊົນຜະລິດເປັນສິນຄ້າ ໄດ້ຊຸກຍູ້ທຶນຮອນຈໍານວນ 30.000.000 ກີບໃຫ້ເອື້ອຍນ້ອງແມ່ຍິງພາຍໃນບ້ານ ຕໍ່ມາໄດ້ສ້າງຕັ້ງກຸ່ມຫັດຖະກໍາຕໍາຫູກຂຶ້ນໃນ ວັນທີ 6 ເມສາ 2010, ມາຮອດປະຈຸບັນ ມີສະມາຊິກທັງໝົດ 91 ຄອບຄົວ, ມີ 158 ກີ່ ສິນຄ້າທີ່ຜະລິດມີຫຼາກຫຼາຍລາຍການເປັນຕົ້ນແມ່ນ: ສິ້ນໄໝລາບ, ສິ້ນຝ້າຍຕີນໄໝ, ຕີນສິ້ນ, ແພບ່ຽງ, ຜ້າປູໂຕະ ແລະ ສິນຄ້າບາງຈໍານວນທີ່ຕ່ຳຕາມລູກຄ້າຕ້ອງການ, ສ່ວນວັດຖຸດິບທີ່ນໍາມາຜະລິດແມ່ນຊື້ຕາມຕະຫຼາດພາຍໃນປະເທດ ສ່ວນລາຍຮັບຈາກການຕ່ຳຫູກ ສະເລ່ຍ 700.000 ກີບຕໍ່ຄົນຕໍ່ເດືອນ ພາຍໃນໜຶ່ງປີສາມາດຜະລິດສິນຄ້າໄດ້ 2.040 ຜືນ, ລວມມີມູນຄ່າ 191.400.000 ກີບ, ເຊິ່ງຕະຫຼາດຈໍາໜ່າຍແມ່ນຂາຍພາຍໃນປະເທດ ແລະ ສ່ວນໜຶ່ງສົ່ງໄປຂາຍຕ່າງປະເທດ (ປະເທດໄທ), ທີ່ສຳຄັນຫັດຖະກຳທັງ 2 ບ້ານ ແມ່ນໄດ້ຮັບຮອງການນຳໃຊ້ກາໝາຍໂອດ໋ອບແຫ່ງຊາດໜຶ່ງເມືອງໜຶ່ງຜະລິດຕະພັນ ໃນວັນທີ 14 ພະຈິກ 2017.

ໃນໂອກາດການລົງຢ້ຽມຍາມເທື່ອນີ້ ທ່ານກໍ່ໄດ້ຮັບຟັງຂໍສະເໜີຂອງພໍ່ແມ່ປະຊາຊົນກຽ່ວກັບບັນຫາດ້ານຕ່າງໆ ເປັນຕົ້ນແມ່ນ ການຕະຫຼາດ, ທຶນຮອນ ແລະ ອື່ນໆອີກ ພ້ອມກັນນັ້ນ ທ່ານຍັງໄດ້ໂອ້ລົມ ກ່ອນອື່ນທ່ານກໍ່ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ເອື້ອຍນ້ອງແມ່ຍິງທີ່ສາມາດສ້າງລາຍຮັບເຂົ້າຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ ແລະ ທ່ານຍັງໃຫ້ທິດຊີ້ນໍໍາເພື່ອໄປພັດທະນາ, ຮັບເອົາຄໍາສະເໜີຂອງພໍ່ແມ່ປະຊາຊົນໄປພິຈາລະນາ, ສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງຕາມຄວາມເປັນຈິງ ເພື່ອແກ້ໄຂ ແລະ ພັດທະນາຂຶ້ນເລື້ອຍໆ.

 

About admin11