ອາຫານຫ້ວຍຕຸ່ນ ຊະນະໃຈກຳມະການ ຍາດອັນດັບໜຶ່ງໄປຄອງ ງານເທດສະການອາຫານ

ເພື່ອເປັນການສົ່ງເສີມການທ່ອງທ່ຽວ “ລາວທ່ຽວລາວ” ແລະ ການພັດທະນາວັດທະນະທຳ ທາງດ້ານການກິນ, ການດື່ມ ມີສຸຂະອະນາໄມ ເຮັດໃຫ້ການບໍລິການມີຄຸນນະພາບດີຂຶ້ນ ທັງເປັນການສືບທອດ ອາຫານທີ່ເປັນເອກະລັກຂອງບັນດາເຜົ່າ ທີ່ສືບທອດກັນມາ, ໃນວັນທີ 23 ມີນາ 2021 ຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊ ຈຶ່ງໄດ້ຈັດເທດສະອາຫານ ທ້ອງຖິ່ນຂຶ້ນ ເປັນກຽດເຂົ້າຮ່ວມຂອງທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ມີຄະນະຜິດຊອບຂັ້ນແຂວງ, ຮອງເຈົ້າເມືອງ, ຜູ້ປະກອບການທຸລະກິດ, ເຮືອນພັກ-ຮ້ານອາຫານ ຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນເມືອງຄຳເກີດ ເຂົ້າຮ່ວມ.

ງານເທດສະການອາຫານທ້ອງຖີ່ນໃນຄັ້ງນີ້ ແມ່ນເປັນເມືອງທີ່ 2 ຂອງແຂວງບໍລິຄຳໄຊ ຖັດຈາກເມືອງປາກຊັນ ອາຫານກໍ່ແມ່ນສິ່ງທີ່ເຮົາກິນ, ດື່ມໃນແຕ່ລະວັນເພື່ອລ້ຽງຊີບ ໂດຍມີລັກສະນະສົດ, ສຸກ, ດິບ ແລະ ໄດ້ຜ່ານຂະບວນການປຸງແຕ່ງມາແລ້ວ.

ອາຫານ ກໍ່ຄືເອກະລັກຢ່າງໜຶ່ງ ທີ່ບົ່ງບອກເຖີງຄວາມເປັນທ້ອງຖິ່ນ ເຊິ່ງກໍ່ແມ່ນສິ່ງໜຶ່ງທີ່ສ້າງຄວາມໜ້າສົນໃຈ ແລະ ສາມາດດືງດູດນັກທ່ອງທ່ຽວທີ່ມາຢ້ຽມຢາມ ໃຫ້ຢາກຊິມລົດຊາດຂອງອາຫານ ເເລະ ຢາກຮຽນຮູ້ຄວາມເປັນທ້ອງຖິ່ນ ໂດຍສະເພາະກໍ່ແມ່ນອາຫານທີ່ປຸງແຕ່ງຕາມຕົ້ນສະບັບ ຫຼື ຕາມສູດການປຸງແຕ່ງແບບດັ່ງເດີມ ທີ່ສືບທອດກັນມາແຕ່ປູ່ຍ່າຕານາຍ ເຊິ່ງແຕ່ລະທ້ອງຖິ່ນກໍ່ມີຄວາມແຕກຕ່າງກັນ ເປັນຕົ້ນແມ່ນການຕົບແຕ່ງໜ້າຕາຂອງອາຫານ ວັດຖຸດິບສ່ວນປະກອບຕ່າງໆ ທີ່ນໍາມາປຸງແຕ່ງ ລວມເຖີງການເອີ້ນຊື່ເມນູອາຫານ, ແຕ່ສິ່ງໜຶ່ງທີ່ສໍາຄັນຕ້ອງປະຕິບັດດ້ວຍຄວາມເອົາໃຈໃສ່ ນັ້ນກໍ່ຄືຄວາມສະອາດໃນການປຸງແຕ່ງອາຫານໃນທຸກໆຄັ້ງ ແລະ ບົ່ງບອກເຖີງຄວາມອຸດົມສົມບູນຂອງອາຫານລາວທີ່ຄຽງຄູ່ກັບການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າໃນແຕ່ລະທ້ອງຖິ່ນ.

ສະເພາະເມືອງຄຳເກີດ ມີ 6 ບ້ານເທດສະບານເມືອງ ແລະ ມີ 10 ຫົວໜ່ວຍທຸລະກິດ ຮ້ານອາຫານ ພາຍໃນເມືອງ ເຂົ້າຮ່ວມທັງໝົດ ມີ 67 ເມນູ ທີ່ນໍາມາແຂ່ງຂັນ, ໃນນັ້ນ ມີທັງອາຫານຫວານ ແລະ ອາຫານຄາວ, ທີ່ໄດ້ນໍາວັດຖຸດິບມາປຸງແຕ່ງ ເພື່ອໃຫ້ຄະນະກໍາມະການ ແລະ ມວນຊົນໄດ້ຊິມລົດຊາດອາຫານແບບພື້ນບ້ານ.

ແຕ່ລະເມືອງ ກໍ່ໄດ້ສົ່ງຕົວແທນນຳອາຫານເຂົ້າແຂ່ງຂັນ ເຊັ່ນ: ເມືອງປາກຊັນ ມີ 3 ເມນູ: ເຂົ້າຕົ້ມແຊບເມືອງປາກຊັນ, ເຂົ້າໜົມແຊບເມືອງປາກຊັນ, ແຈ່ວໂອດບອນບ້ານທົ່ງ, ເມືອງວຽງທອງ ມີ 2 ເມນູ: ເອາະໄກ່ໃສ່ໜໍ່ສານ, ເອາະປາສ້ອນ, ທ່າພະບາດ ມີ 3 ເມນູ: ທອດປາແຫ້ງ, ເຂົ້າຕົ້ມໝູ, ແກງໜໍ່ຫວາຍ, ຈີ່ໜັງເຄັມ, ເຫຼົ້າຂາວ, ບໍລິຄັນ 3 ເມນູ: ປີ້ງໄກ່ລາດທາປາແດກ, ແຈ່ວໜໍ່ຫວາຍ, ໝົກປາແດກເຄື່ອງ-ລວກຜັກ, ປາກກະດິງ 3 ເມນູ: ກ້ອຍປາ, ແກງປາ, ທອດປາແດກ ແລະ ເມືອງໄຊຈຳພອນ 7 ເມນູ: ໝົກປາສ້ອນ, ອອບແອບປາມ້ອມ, ຕົ້ມໄກ່ດູກດໍາໃສ່ຫົວໂສມ, ປີ້ງປາພັບໃສ່ໝາກແຂ່ນ, ເອາະໄກ່ໃສ່ເຂົ້າຂົ້ວ, ຜັກລວກ, ຕົ້ມໜໍ່ໄມ້ຂົມ.

ຜ່ານການຊີມລົດຊາດຂອງອາຫານຈາກຄະນະກຳມະການ ສາມາດສະຫຼຸບໄດ້ ຄື: ອາຫານແຊບ ຖືກໃຈຂອງຄະນະກຳມະການ ແລະ ໄດ້ຕາມມາດຖານເງື່ອນໄຂ ອັນດັບ 1 ໄດ້ແກ່: ຮ້ານອາຫານຫ້ວຍຕຸ່ນ ຈາກເມືອງຄຳເກີດ, ອັນດັບ 2 ໄດ້ແກ່ ບ້ານ ສົມສະນຸກ ແລະ ອັນດັບ 3 ໄດ້ແກ່ ເມືອງໄຊຈຳພອນ.

ສຳລັບປະເພດລາງວັນ: ທີ 1 ໄດ້ຮັບເງິນສົດ 1 ລ້ານກີບ, ອັນດັບ 2 ໄດ້ຮັບເງິນສົດ 8 ແສນກີບ ແລະ ອັນດັບ 3 ໄດ້ຮັບເງິນສົດ 6 ແສນກີບ ເປັນກຽດມອບໂດຍ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ.

About admins16