ພະແນກທະຫານຊາຍແດນ ແລະ ພະແນກຕໍາຫຼວດກວດກາຄົນເຂົ້າ-ອອກເມືອງ ເປີດກອງປະຊຸມແລກປ່ຽນສະພາບວຽກງານວິຊາສະເພາະຮ່ວມກັນ

 

ກອງປະຊຸມແລກປ່ຽນສະພາບ ລະຫວ່າງ ພະແນກທະຫານຊາຍແດນ ກອງບັນຊາການທະຫານ ແຂວງບໍລິຄໍາໄຊ ກັບ ພະແນກຕໍາຫຼວດກວດຄົນເຂົ້າ-ອອກເມືອງ ຫ້ອງສັນຕິບານ ປກສ ແຂວງ ໄດ້ໄຂຂື້ນໃນຕອນເຊົ້າ ວັນທີ 19 ມີນາ 2021 ຢູ່ທີ່ຫ້ອງປະຊຸມກອງບັນຊາການທະຫານ ແຂວງບໍລິຄໍາໄຊ, ໂດຍການເປັນປະທານຂອງ ທ່ານ ພັນໂທ ພິດາວັນ ພີມເຮືອງສີ ຄະນະພັກກອງບັນຊາການ ຫົວໜ້າຫ້ອງເສນາທິການທະຫານແຂວງບໍລິຄຳໄຊ, ທ່ານ ພັນໂທ ບົວລອນ ສຸວັນນະລາ ຄະນະພັກຮາກຖານ ຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງບໍລິຄຳໄຊ, ມີຄະນະພະແນກ, ບັນດາໜ່ວຍງານ ແລະ ວິຊາສະເພາະ 02 ພາກສ່ວນ ເຂົ້າຮ່ວມ.

ກອງປະຊຸມ ທັງສອງຝ່າຍ ໄດ້ພັດປ່ຽນກັນລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ເຊີ່ງໄດ້ຍົກໃຫ້ເຫັນ ທີ່ຕັ້ງ, ພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຄວາມຮັບຜິດຊອບ, ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກທີ່ຍັງຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງພັດປ່ຽນກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ບົນພື້ນຖານລະບຽບຫຼັກການ, ຄວາມສາມັກຄີ, ການຊ່ວຍເຫຼືອເຊີ່ງກັນ ແລະ ກັນ ລະຫວ່າງ 02 ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນການເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະປະຈໍາດ່ານ ແລະ ກວດກາຄວາມເປັນລະບຽບຮຽບຮ້ອຍຂອບເຂດຊາຍແດນ.

ຫຼັງຈາກນັ້ນ ສອງຝ່າຍກໍ່ໄດ້ສ້າງບົດບັນທືກແລກປ່ຽນຮ່ວມກັນ, ເຊີ່ງເນື້ອໃນແມ່ນສອງຝ່າຍຈະສືບຕໍ່ປະສານສົມທັບກັນໃນການເຄື່ອນໄຫວວຽກງານວິຊາສະເພາະ, ການສືບຂ່າວ, ເກັບກໍາສະພາບ, ລົງກວດກາຈຸດຂ້າມລອຍ, ອອກກວດກາລາດຕະເວນທາງບົກ ແລະ ທາງນໍ້າຮ່ວມກັນ, ໃນກໍລະນີມີບັນຫາໃດໜື່ງທີ່ເກີດຂື້ນ ໃນຂອບເຂດບໍລິເວນຊາຍແດນ ໃຫ້ທັງສອງກໍາລັງປະສານສົມທົບປືກສາຫາລື ເພື່ອພ້ອມກັນແກ້ໄຂສະພາບການທີ່ເກີດຂື້ນບົນພື້ນຖານ ພາລະບົດບາດ, ສິດໜ້າທີ່ ແລະ ລະບຽບກົດໝາຍ, ຖ້າມີຂໍ້ມູນກຸ່ມຄົນບໍ່ດີມາເຄື່ອນໄຫວໃນຂອບເຂດຄວາມຮັບຜິດຊອບ ສອງຝ່າຍຕ້ອງປະສານສົມທົບກັນລົງກວດກາ, ພ້ອມທັງລາຍງານ ແລະ ຂໍທິດຊີ້ນໍາຈາກຂັ້ນເທິງ ເພື່ອຊອກຫາວິທີການສະກັດກັ້ນ ແລະ ແກ້ໄຂໃຫ້ທ່ວງທັນກັບສະພາບການ, ປະສານສົມທົບກັນ ເພື່ອລົງເຄື່ອນໄຫວໄກ້ສິດຕິດທິດກັບພໍ່ແມ່ປະຊາຊົນ ນໍາເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ນິຕິກໍາຕ່າງໆ ລົງເຜີຍແຜ່ເຊື່ອມຊືມໃຫ້ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ເຂົ້າໃຈ ແລະ ມີສ່ວນຮ່ວມ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສ້າງສາຍພົວພັນການໄປມາຫາສູ່ກັນ, ເພື່ອແລກປ່ຽນບົດຮຽນ, ປະສານສົມທົບກັນຕິດຕາມກວດກາຄົນເຂົ້າ-ອອກເມືອງຮ່ວມກັນ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນ ບັນຫາການຄ້າຂາຍເຖື່ອນ, ຢາເສບຕິດ, ການຄ້າມະນຸດ ແລະ ການເຄື່ອນຍ້າຍຊັບພະຍາກອນທໍາມະຊາດທີ່ຜິດຕໍ່ລະບຽບກົດໝາຍ, ສ້າງກິດຈະກໍາຮ່ວມກັນ ເນື່ອງໃນໂອກາດວັນສໍາຄັນຕ່າງໆຂອງຊາດ-ຂອງພັກ ເພື່ອເພີ່ມຄວາມສາມັກຄີລະຫວ່າງສອງກໍາລັງໃຫ້ແໜ້ນແຟ້ນ.

ນອກນັ້ນ ສອງຝ່າຍຕ້ອງໄດ້ຮ່ວມກັນຄົ້ນຄວ້າໃຫ້ລະອຽດຄົບຖ້ວນ ຕໍ່ບັນດາເນື້ອໃນທີ່ໄດ້ລະບຸໄວ້ໃນບົດບັນທືກສະບັບນີ້ ໂດຍອິງໃສ່ສະພາບຄວາມເປັນຈິງ ເພື່ອສ້າງແຜນການລະອຽດ ແລະ ພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຜົນສໍາເລັດຢ່າງມີປະສິດທິຜົນສູງ ແນ່ໃສ່ເຮັດໃຫ້ບໍລິເວນຂອບເຂດຊາຍ ໄດ້ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

About admin11