ພະແນກແຜນການ ແລະ ການລົງທຶນແຂວງ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງທົ່ວແຂວງ ໄລຍະ 5 ປີ ( 2016-2020 )

ໃນຕອນເຊົ້າຂອງວັນທີ 15 ກຸມພາ 2022 ຢູ່ຫ້ອງປະຊຸມຂອງພະແນກແຜນການ ແລະ ການລົງທຶນ ແຂວງບໍລິຄຳໄຊ ໄດ້ຈັດພິທີເຜີແຜ່, ເຊື່ອມຊຶມ ເອກະສານຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງ ທົ່ວແຂວງບໍລິຄຳໄຊ ໄລຍະ 5 ປີ ( 2016-2020 ) ໃຫ້ກຽດເຜີຍແຜ່ໂດຍ ທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ມີຄະນະພະແນກ, ຫົວໜ້າ – ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານລັດຖະກອນພາຍໃນພະແນກ ເຂົ້າຮ່ວມ.

ທ່ານ ໄຊອຳພອນ ສີຫາວົງ ໄດ້ຍົກໃຫ້ເຫັນເນື້ອໃນຂອງມະຕິດັ່ງກ່າວ ວ່າ: ການຂະຫຍາຍພັກໄດ້ປະຕິບັດຕາມ 5 ຫຼັກການ ແລະ 3 ທິດນຳ ຈຶ່ງເຮັດໃຫ້ຈໍານວນສະມາຊິກພັກເພີ່ມຂຶ້ນຢ່າງຕໍ່ເນື່ອງທາງດ້ານປະລິມານ ແລະ ຄຸນນະພາບ, ຮາກຖານພັກຫຼາຍບ່ອນ ຮູ້ນຳພາຜັນຂະຫຍາຍມະຕິ, ຄຳສັ່ງ, ນິຕິກຳຕ່າງໆ ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນດີຂຶ້ນກວ່າເກົ່າ, ບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນຖັນແຖວສະມາຊິກພັກ, ພະນັກງານ – ລັດຖະກອນ, ທະຫານ, ຕຳຫຼວດ ສ່ວນຫຼາຍໄດ້ຮັບການຄົ້ນຄວ້າແກ້ໄຂຢ່າງເໝາະສົມ, ໂປ່ງໃສ, ຍຸຕິທຳ ແລະ ຮັບປະກັນຄວາມສະຫງົບພາຍໃນ, ວຽກພະນັກງານ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າສົມຄວນ ເປັນຕົ້ນແມ່ນໄດ້ດຳເນີນການສ້າງ ແລະ ປະຕິບັດແຜນກຳນົດພະນັກງານນໍາພາ – ຄຸ້ມຄອງ ສະແດງອອກໄດ້ຮັບການຊັບຊ້ອນສອດຄ່ອງຕາມຄວາມຮູ້, ຄວາມສາມາດ ແລະ ມາດຖານຂອງຕຳແໜ່ງງານທີ່ກໍານົດໄວ້.

ພ້ອມນີ້ ຄະນະພັກແຕ່ລະຂັ້ນຕ້ອງເພີ່ມທະວີການຄົ້ນຄວ້າ, ກຳແໜ້ນທິດສະດີມາກ-ເລນິນ, ແນວຄິດໄກສອນພົມວິຫານ, ມູນເຊື້ອອັນດີງາມຂອງພັກ, ຂອງຊາດຢ່າງເປັນລະບົບ, ເຊື່ອມຊຶມແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການຂອງພັກ, ເອົາໃຈໃສ່ສຶກສາອົບຮົມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ນິຕິກຳຕ່າງໆ.

ເອົາໃຈໃສ່ເປັນພິເສດຕໍ່ການປັບປຸງການຈັດຕັ້ງຮາກຖານພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍສຸມໃສ່ປັບປຸງພາລະບົດບາດ, ແບບແຜນວິທີເຮັດວຽກຂອງການຈັດຕັ້ງຮາກຖານພັກ, ຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ ນຳພາເປັນໝູ່ຄະນະ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ແກ່ບຸກຄົນໃນຄະນະພັກ, ຄະນະປະຈຳພັກຢ່າງຈະແຈ້ງ, ສືບຕໍ່ຫັນວຽກ, ຫັນຄົນ, ຫັນງົບປະມານ ລົງໃຫ້ທ້ອງຖິ່ນ ສ້າງກົນໄກບໍລິຫານເປັນລະບົບໂລ່ງລ່ຽນ ແລະ ຫັນເປັນທັນສະໄໝ ເຮັດໃຫ້ຈໍານວນພະນັກງານ ລັດຖະກອນຫຼຸດລົງ ແຕ່ຄຸນນະພາບເພີ່ມຂຶ້ນ.

ກອງປະຊຸມຍັງໄດ້ຜ່ານ ຂໍ້ຕົກລົງຂອງຄະນະປະຈຳພັກແຂວງ ເລກທີ 05, 06, 07 ແລະ 08/ຄປພ.ຂບຊ ລົງວັນທີ 17 ມັງກອນ 2022 ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ ຄື: ເຫັນດີບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍພັກ ສູນສະຖິຕິ ຂຶ້ນກັບຄະນະພັກຮາກຖານພະແນກແຜນການ ແລະ ການລົງທຶນແຂວງ ສະຫາຍ ບົວໄຂ ວົງຊົມພູ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ກັນຈະນາ ລາດບັນດິດ ເປັນຮອງເລຂາ ແລະ ຜູ້ກວດກາ.

ຄະນະໜ່ວຍພັກກວດກາ, ແຜນການ ແລະ ປະເມີນຜົນ ຂຶ້ນກັບຄະນະພັກຮາກຖານພະແນກແຜນການ ແລະ ການລົງທຶນແຂວງ ສະຫາຍ ພັນແສງ ວິພາວັນ ເປັນເລຂາໜ່ວຍພັກ, ສະຫາຍ ຈັນເພັງ ກຸນສຸວັນ ເປັນຮອງ ແລະ ສະຫາຍ ນາງ ຕີມ ມະນີຄຳ ເປັນຜູ້ກວດກາ.

ສະຫາຍ ບຸນຍອດ ລໍວັນໄຊ ເປັນເລຂາໜ່ວຍພັກບໍລິຫານ, ສົ່ງເສີມ ແລະ ຮ່ວມມື ຂຶ້ນກັບຄະນະພັກຮາກຖານພະແນກແຜນການ ແລະ ການລົງທຶນແຂວງ.

ເຫັນດີບົ່ງຕົວແຕ່ງຕັ້ງ ສະຫາຍ ພັນແສງ ວິພາວັນ ເປັນຮອງເລຂາຄະນະພັກຮາກຖານພະແນກແຜນການ ແລະ ການລົງທຶນແຂວງ ແລະ ສະຫາຍນາງ ນິດດາພອນ ໄຊຍະພອນ ເປັນຄະນະ.

About admins16