ປະທານປ້ອງກັນຊາດ – ປ້ອງກັນຄວາມສະຫົງບ ຂັ້ນແຂວງ ລົງຊຸກຍູ້ວຽກງານຢູ່ເມືອງບໍລິຄັນ

ໃນວັນທີ 6 ພຶດສະພາ 2022 ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ປະທານປ້ອງກັນຊາດ – ປ້ອງກັນຄວາມສະຫງົບຂັ້ນແຂວງ ພ້ອມຄະນະ ໄດ້ລົງຊຸກຍູ້ວຽກງານ ຢູ່ກອງບັນຊາການ ປ້ອງກັນຄວາມສະຫງົບ ເມືອງບໍລິຄັນ, ໂດຍມີທ່ານ ວັນເລີນ   ປູ້ຍໄມນີ ເຈົ້າເມືອງບໍລິຄັນ, ທ່ານ ພັນໂທ ແກ້ວສຸວັນ ວັນນະແຝງ ຫົວໜ້າກອງບັນຊາການ ປກສ ເມືອງບໍລິຄັນພ້ອມຄະນະ ໃຫ້ການຕ້ອນຮັບ.

ທ່ານ ພັນໂທ ແກ້ວສຸວັນ ວັນນະແຝງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານ ໄລຍະ 1 ປີຜ່ານມາ ເຊີ່ງຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍູ້ງຍາກ ແລະ ບາງບົດຮຽນທີ່ສາມາດຖອດຖອນໄດ້, ໄດ້ສົມທົບກັບຫ້ອງສັນຕິບານ ປກສ ແຂວງ, ອຳນາດການປົກຄອງບ້ານ ປະເມີນບ້ານຫຼໍ່ແຫຼມຂອງແຂວງ ຈໍານວນ 03 ບ້ານ ຄື: ບ້ານບໍ່, ຜາເມືອງ ແລະ ບ້ານພູຄຳ.

ການປະເມີນເປັນແຕ່ລະໄລຍະ ເຫັນວ່າ ມີ 1 ບ້ານ ທີ່ມີເງື່ອນໄຂປົດອອກຈາກບ້ານຫຼໍ່ແຫຼມຂອງແຂວງ, ປະຈຸບັນ ພວມສະເໜີຂັ້ນເທີງຄົ້ນຄ້ວາ ຄື: ບ້ານບໍ່ ແລະ ຍັງເຫຼືອ 2 ບ້ານ ຄື: ບ້ານຜາເມືອງ ແລະ ບ້ານພູຄຳ.

ລົງກໍ່ສ້າງຮາກຖານຢູ່ຕາມບ້ານ ທີ່ເປັນຈຸດສຸມຂອງເມືອງ ເພື່ອແກ້ໄຂປະກົດການຫຍໍ້ທໍ້ຮອບດ້ານ ໄດ້ຈຳນວນ 4 ບ້ານ ຄື: ບ້ານ ນາກູນ, ໂພນມີໄຊ, ໂພນຂາມ ແລະ ບ້ານຫາດໂພ ສຳເລັດ,  ປະຈຸບັນ ພວມສືບຕໍ່ 3 ບ້ານ ຄື: ບ້ານ ທ່າເຮືອ, ຫາດຍື້ນ ແລະ ບ້ານພູໂຮມໄຊ.

ມີຄະດີເກີດຂື້ນທັງໝົດ 114 ເລື່ອງ (ບໍ່ນັບຄະດີອຸປະຕິເຫດ) ກັກຜູ້ຖືກຫາ 154 ຄົນ, ຍິງ ຄົນ, ການປະຕິບັດໜ້າທີ່ ແມ່ນໄດ້ຖືເອົາວຽກງານແກ້ໄຂ 4 ເຖື່ອນ, 9 ຫົວຂໍ້ສໍາມະນາວິທະຍາສາດຂອງແຂວງ ແລະ ການປະຕິບັດ 2 ວາລະແຫ່ງຊາດ ລົງເຜີຍແຜ່ຢູ່ຂັ້ນບ້ານ ແລະ ໂຮງຮຽນແຫ່ງຕ່າງໆ ຢ່າງກວ້າງຂວາງ.

ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ກ່າວຍ້ອງຍໍຊົມເຊີຍຜົນງານການນຳພາ – ຊີ້ນຳຂອງຄະນະພັກຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ປກສ ເມືອງ ທີ່ຍາດມາໄດ້, ທ່ານ ຍັງໄດ້ຍົກໃຫ້ເຫັນທ່າອ່ຽງໃນພາກພື້ນ ແລະ ສາກົນທີ່ກຳລັງສືບຕໍ່ຜັນແປໄປຢ່າງສັບສົນ, ຄະນະພັກ, ຄະນະບັນຊາທຸກຂັ້ນ ຈົ່ງໄດ້ຖືເອົາວຽກງານປ້ອງກັນຄວາມສະຫົງບທົ່ວປວງຊົນຮອບດ້ານໃຫ້ເລິກເຊີ່ງ ກາຍເປັນໜ້າທີ່ຂອງທົ່ວປວງຊົນ, ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ, ຄົ້ນຄວ້າເຊື່ອມຊຶມບັນດາມະຕິ, ຄຳສັ່ງຂອງຂັ້ນເທິງ ຜັນຂະຫຍາຍເປັນແຜນງານ, ໂຄງການລະອຽດ, ກໍ່ສ້າງ ແລະ ປັບປຸງກຳລັງ ປກສ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປັບຕົວທັນກັບສະພາບການໃນແຕ່ລະໄລຍະ, ສ້າງທັດສະນະຫຼັກໝັ້ນຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ, ຈັນຍາທຳ, ປັບປຸງລະບຽບວິໄນ ແລະ ແຜນການບັງຄັບບັນຊາໃຫ້ເຂັ້ມງວດ, ເດັດດ່ຽວ, ເດັດຂາດ, ຮອບດ້ານຂອງກຳລັງ ປກສ ເມືອງໃຫ້ເລິກເຊີ່ງ.

ໃນຕອນບ່າຍຂອງວັນດຽວກັນ ທ່ານເຈົ້າແຂວງ ໄດ້ລົງພົບປະໂອ້ລົມຄະນະບັນຊາກຳລັງປ້ອງກັນຊາດ ກອງບັນຊາການທະຫານເມືອງ ໂດຍມີທ່ານ ພັນໂທ ສັງວອນ ເພັດວົງແສງ ຫົວໜ້າກອງບັນຊາການ ທະຫານເມືອງ ບໍລິຄັນ ໃຫ້ການຕ້ອນຮັບ ແລະ ລາຍງານວ່າ: ໄດ້ຈັດຕັ້ງກຳລັງລົງກໍ່ສ້າງຮາກຖານການເມືອງຕາມສາຍຕັ້ງ ຕິດພັນກັບວຽກງານ 3 ສ້າງ ຢູ່ 6 ກູ່ມບ້ານ, ປະຕິບັດລະບອບປະຈຳການປົກກະຕິ, ປີຜ່ານມາສາມາດປະກາດບ້ານຊຽງຊ່ຽນ ເປັນບ້ານປ້ອງກັນຊາດເຂັ້ມແຂງເປັນບ້ານທີ 3 ຂອງເມືອງ ແລະ ເປັນບ້ານທີ 6 ຂອງແຂວງ, ປັບປຸງກອງຮ້ອຍກອງຫຼອນ, ກຳລັງກອງຫຼອນ ໄດ້ 4 ກູ່ມບ້ານ, ສັງລວມແລ້ວ ກຳລັງປະກອບອາວຸດມີຄວາມເຕີບໃຫຍ່ເຂັ້ມແຂງ ປະຕິບັດ 2 ໜ້າທີ່ຍຸດທະສາດມີຜົນສຳເລັດ.

ທ່ານ ກອງແກ້ວ ໄຊສົງຄາມ ຍັງໄດ້ໃຫ້ທິດຊີ້ນຳຫຼາຍດ້ານເປັນຕົ້ນແມ່ນ ການປະຕິບັດ 4 ໜ້າທີ່ໃຫຍ່, 26 ແຜນງານ, 18 ວຽກຂອງກອງທັບ, ຕອ້ງຮັບປະກັນ 3 ປອດ (ປອດໃສ, ປອດໄພ, ປອດຄະດີ), ໂອກາດທີ່ທ່ານເຈົ້າແຂວງ ລົງພົບປະໂອ້ລົມໃນຄັ້ງນີ້ ໄດ້ນຳເອົາຄອມພິວເຕີຕັ້ງໂຕະຈຳນວນ 1 ຊຸດ ມາມອບໃຫ້ກອງບັນຊາການທະຫານເມືອງ.

About admins14