ກອງປະຊຸມເປີີດກວ້າງຄົບຄະນະບໍລິຫານງານພັກ ເມືອງ ວຽງທອງ ຄັ້ງທີ 7 ສະໄໝທີ VII

   ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກ ເມືອງ ວຽງທອງ ຄັ້ງທີ 7 ສະໄໝທີ VII  ໄດ້ໄຂຂື້ນຢ່າງເປັນທາງການໃນວັນທີ 5 – 6 ພຶດສະພາ 2022 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄຳໄຊ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳມອນ ໄຊພົມມີ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ລັດວິສາຫະກິດ, ທະນາຄານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

     ກອງປະຊຸມ ໄດ້ຜ່ານຮ່າງບົດສະຫຼຸບວຽກງານຮອບດ້ານ 3 ເດືອນຜ່ານມາ ແລະ ວາງທິດທາງແຜນການ 3 ເດືອນຕໍ່ໜ້າ ເຊີ່ງໄດ້ຍົກໃຫ້ເຫັນຫຼາຍດ້ານທີ່ພົ້ນເດັ່ນ.

ຜ່ານມາ ຄະນະບໍລິຫານງານພັກເມືອງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ທະຫານ, ຕຳຫຼວດ, ພໍ່ແມ່ປະຊາຊົນເຂົ້າໃຈຕໍ່ແນວທາງຂອງພັກ – ລັດ ເຮັດໃຫ້ເມືອງມີຄວາມສະຫງົບໂດຍພື້ນຖານ, ໄດ້ເອົາໃຈໃສ່ຄຸ້ມຄອງບັນດາໂຄງການລົງທືນຂອງລັດ, ພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ຕາມລະບຽບການ, ຂຸດຄົ້ນແຫຼ່ງລາຍຮັບເຂົ້າງົບປະມານໄດ້ 1 ຕື້ກວ່າກີບ ເທົ່າກັບ 30,70% ຂອງແຜນການປີ, ໄດ້ລົງທຳລາຍສວນຝີ່ນ, ສວນຄັນຊາ ໄດ້ 9 ຄັ້ງ 21 ສວນ, ເນື້ອທີ່ 8,9 ເຮັກຕ່າ.

ໄດ້ເອົາໃຈໃສ່ຊຸກຍູ້ປະຊາຊົນປູກພືດສະບຽງອາຫານໃນລະດູແລ້ງໃນເນື້ອທີ 527 ເຮັກຕ່າ, ຜົນຜະລິດລວມ 4.519 ໂຕ່ນ, ສ້າງບ້ານ ແລະ ຄອບຄົວປ້ອງກັນຄວາມສະຫງົບດີ, ປັບປຸງສຳມະໂນຄົວໄດ້ 2 ບ້ານ, ໄດ້ຝຶກອົບຮົມ-ຫັດແອບການທະຫານ-ການເມືອງໃຫ້ກອງຫຼອນເຂດທອງມີໄຊໄດ້ 4 ບ້ານ, ໄດ້ສຸມໃສ່ໂຄສະນາເຜີຍແຜ່, ສຶກສາອົບຮົມ ແລະ ສ້າງຄວາມເຂົ້າໃຈໃຫ້ທຸກພາກສ່ວນເຂົ້າຮ່ວມປະຕິບັດວາລະແຫ່ງຊາດ ແລະ ປະຕິບັດມາດຕະການຜ່ອນຜັນ, ມາດຕະການປ້ອງກັນຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດພະຍາດໂຄວິດ19 ຕາມຄໍາສັ່ງຂອງຂັ້ນເທິງ.

ນອກນັ້ນ ທຸກຂົງເຂດວຽກງານກໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ, ເສດຖະ ກິດມີການຂະຫຍາຍຕົວຕໍ່ເນື່ອງ.

ກອງປະຊຸມໄດ້ຜ່ານທິດທາງແຜນການ 3 ເດືອນຕໍ່ໜ້າ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ຈາກນັ້ນ ຜູ້ແທນກອງປະຊຸມໄດ້ຜັດປ່ຽນກັນຂື້ນປະກອບ ຄໍາຄິດຄໍາເຫັນຢ່າງກົງໄປກົງມາຢ່າງມີຄວາມຮັບຜິດຊອບສູງເພື່ອນຳໄປຈັດຕັ້ງປະຕິບັດໃນທຸກຂົງເຂດວຽກງານ.

About admin11