ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ສະຫະພັນແມ່ຍິງ ໜ່ວຍໂຮງຮຽນປະຖົມແສນອຸດົມ

ກອງປະຊຸມໃຫຍ່ ຄັ້ງທີ IV ສະຫະພັນແມ່ຍິງ ໜ່ວຍໂຮງຮຽນປະຖົມແສນອຸດົມ ເມືອງຄຳເກີດ ໄດ້ຈັດຂຶ້ນ ໃນງວັນທີ 5 ພຶດສະພາ 2022 ຢູ່ຫ້ອງປະຊຸມໂຮງຮຽນແສນອຸດົມ, ເປັນປະທານໂດຍ ທ່ານ ນາງ ວັນນາ ອິນທະສີລາ ຫົວໜ້າສະຫະພັນແມ່ຍິງ ໜ່ວຍໂຮງຮຽນປະຖົມແສນອຸດົມ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ມະນີຈັນ ພົມມະວົງ ຄະນະບໍລິຫານງານສະຫະພັນເມືອງ, ມີຄະນະ ແລະ ສະມາຊິກແມ່ຍິງພາຍໃນໜ່ວຍ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການຜ່ານບົດລາຍງານການເມືອງທັງສອງພາກ ເພື່ອສະຫຼຸບຕີລາຄາວຽກງານສະຫະພັນແມ່ຍິງໃນໄລຍະ 5 ປີຜ່ານມາ ທີ່ຍົກໃຫ້ເຫັນຜົນງານດ້ານດີ ແລະ ບາງຂໍ້ຄົງຄ້າງ ທີ່ຕ້ອງໄດ້ນໍາໄປປັບປຸງໃນຕໍ່ໜ້າ, ພ້ອມທັງໄດ້ຮັບຟັງທິດທາງແຜນການ 5 ປີ.

ເພື່ອສືບຕໍ່ນໍາພາ – ຊີ້ນຳວຽກງານແມ່ຍິງໃນຕໍ່ໜ້າ, ພາຍຫລັງຄະນະຊຸດເກົ່າອຳລາໜ້າທີ່ກອງປະຊຸມໄດ້ພ້ອມກັນປ່ອນບັດຄັດເລືອກເອົາຄະນະຊຸດໃໝ່ ເຊີ່ງມີຜູ້ສະໝັກ 5 ສະຫາຍ ເລືອກເອົາ 3 ສະຫາຍ, ຜ່ານການປ່ອນບັດ ແລະ ກອງປະຊຸມຄັ້ງປະຖົມມະລຶກ ເປັນເອກະສັນຄັດເລືອກເອົາ ທ່ານ ນາງ ຕາເວັນຢ່າງ ເປັນປະທານ, ທ່ານ ນາງ ສີພອນ ພາບມີໄຊ ເປັນຮອງປະທານ ແລະ ທ່ານ ນາງ ພອນໄຊ ອິນທະພອນ ເປັນຄະນະ ທັງເປັນຜູ້ກວດກາ.

ໃນຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກ ທ່ານ ນາງ ມະນີຈັນ ພົມມະວົງ ເຊິ່ງທ່ານຍັງໄດ້ຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ພົ້ນເດັ່ນໃນຫຼາຍດ້ານທີ່ຍາດມາໄດ້ ໃນໄລຍະຜ່ານມາ ແລະ ຍັງໄດ້ໃຫ້ທິດຊີ້ນຳຄະນະຊຸດໃໝ່ ພ້ອມດ້ວຍສະມາຊິກແມ່ຍິງ ໃຫ້ເພີ່ມຄວາມສາມັກຄີພ້ອມກັນຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນແມ່ຍິງ 3 ດີ ໂດຍຕິດພັນກັບວິຊາສະເພາະ ກໍ່ຄືວຽກງານຂອງຕົນ ໃຫ້ສຳເລັດຜົນຕາມທິດທາງແຜນການທີ່ວາງໄວ້.

About admins14