ບໍລິຄຳໄຊ ກຽມພ້ອມສ້າງຂະບວນການ ຕ້ອນຮັບຊົມເຊີຍບັ້ນເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II

          ກອງປະຊຸມ ປຶກສາຫາລືການສ້າງຂະບວນການ ເພື່ອຕ້ອນຮັບຊົມເຊີຍບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II ໄດ້ຈັດຂຶ້ນໃນວັນທີ 10 ກຸມພາ 2021 ຢູ່ພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ,  ເປັນປະທານໂດຍທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ມີິຂະແໜງການ, ບັນດາໂຮງຮຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

          ໃນກອງປະຊຸມ ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງພະແນກສຶກສາທິການ ແລະ ກິລາແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການສ້າງຂະບວນການ ເພື່ອຕ້ອນຮັບຊົມເຊີຍບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II ທີ່ປະກອບດ້ວຍຄະນະຮັບຜິດຊອບຊີ້ນຳລວມ, ຄະນະຮັບຜິດຊອບ ແລະ ກຳມະການຕັດສິນກິລາເປຕັງ, ບານເຕະ, ດອກປີກໄກ, ກະຕໍ້ ແລະ ແພດປະຈຳສະໜາມ.

       ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນ, ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ໃນຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນການກະກຽມສະຖານທີ່, ອຸປະກອນຮັບໃຊ້ການແຂ່ງຂັນ, ການຄັດເລືອກ ແລະ ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ແລະ ວຽກງານອື່ນໆ, ທັ້ງນີ້ ກໍ່ເພື່ອເຮັດໃຫ້ການແຂ່ງຂັນກິລາຄັ້ງນີ້ ເຕັມໄປດ້ວຍບັນຍາກາດແຫ່ງມິດຕະພາບ-ຄວາມສາມັກຄີເຊິ່ງກັນ ແລະ ກັນ ແນໃສ່ເຮັດໃຫ້ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II  ເປັນຂະບວນການຟົດຟື້ນມ່ວນຊື່ນ ແລະ ທົ່ວສັງຄົມມີສ່ວນຮ່ວມ.

           ຂະບວນການແຂງຂັນກິລາໃນຄັ້ງນີ້ ປະກອບດ້ວຍ 4 ປະເພດກິລາຄື: ກິລາບານເຕະ, ເປຕັງ, ກະຕໍ້ ແລະ  ດອກປີກໄກ່, ໂດຍກິລາເປຕັງ ຈະໄດ້ເລີ່ມແຂ່ງຂັນ ໃນວັນທີ 11-12 ກຸມພາ,  ກິລາບານເຕະ, ກະຕໍ້ ແລະ  ດອກປີກໄກ່ ແມ່ນຈະໄດ້ເລີ່ມແຂ່ງຂັນ ຕັ້ງແຕ່ວັນທີ 15-19 ກຸມພາ 2021 ທີ່ໃກ້ຈະມາເຖິງນີ້.

 

About admins16