ປະທານຄະນະກວດກາພັກ, ອົງການກວດກາລັດແຂວງ ລົງຊີ້ນໍາວຽກງານກວດກາຢູ່ເມືອງບໍລິຄັນ

ໃນຕອນເຊົ້າຂອງວັນທີ 11-12 ພະຈິກ 2021 ທ່ານ ປອ ດວງຕາ ມໍລະຄາສຸກ ກໍາມະການປະຈຳພັກແຂວງ ປະທານຄະນະກວດກາພັກ, ອົງການກວດກາລັດແຂວງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ການເຄື່ອນໄຫວວຽກງານກວດກາຢູ່ອົງຄະນະພັກເມືອງບໍລິຄັນ, ມີປະທານ, ຮອງປະທານ, ພະນັກງານພາຍໃນຄະນະກວດກາພັກເມືອງ ແລະ ຜູ້ຮັບຜິດຊອບວຽກງານກວດກາຢູ່ຮາກຖານພັກອ້ອມຂ້າງເມືອງເຂົ້າຮ່ວມ.

ຈຸດປະສົງໃນການລົງມາຕິດຕາມ, ຊຸກຍູ້ວຽກງານກວດກາໃນຄັ້ງນີ້ ກໍເພື່ອເຮັດໃຫ້ພະນັກງານພາຍໃນຄະນະກວດກາພັກເມືອງ ແລະ ຜູ້ຮັບຜິດຊອບວຽກງານກວດກາຢູ່ຮາກຖານພັກອ້ອມຂ້າງເມືອງ ໄດ້ຮັບຮູ້, ເຂົ້າໃຈ ຕໍ່ການເຄື່ອນໄຫວວຽກງານກວດກາ ຕາມພາລະບົດບາດຂອງຕົນ ໂດຍສະເພາະແມ່ນການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ, ກວດກາລັດ-ຕ້ານການສໍ້ລາດບັງຫຼວງ, ການຄົ້ນຄວ້າແກ້ໄຂຄໍາຮ້ອງ-ຄໍາສະເໜີ ແລະ ວຽກປັບປຸງກົງຈັກການຈັດຕັ້ງ, ໃນເບື້ອງຕົ້ນໄດ້ຮັບຟັງການລາຍງານໂດຍຫຍໍ້ໃນການເຄື່ອນໄຫວວຽກງານຕິດຕາມ, ກວດກາຈາກປະທານຄະນະກວດກາພັກ, ອົງການກວດກາລັດເມືອງ, ຊຶ່ງໄດ້ສະແດງເຖິງຜົນສໍາເລັດໃນການເຄື່ອນໄຫວວຽກງານຫຼາຍດ້ານເຊັ່ນ:

ໄດ້ເອົາໃຈໃສ່ຕິດຕາມການຮ່ວມຊີວິດພັກປະຈໍາເດືອນ ຂອງບັນດາຮາກຖານພັກ ທີ່ຂື້ນກັບສິດຄຸ້ມຄອງຂອງຄະນະພັກຂັ້ນຕົນ ມີທັງໝົດ 122 ໜ່ວຍພັກ, ຕິດຕາມ, ກວດກາການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ, ການແກ້ໄຂຜົນຂອງການກວດກາ ແລະ ໄດ້ດໍາເນີນການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ລັດຖະກອນ ໃນປີ 2021 ຕາມເປົ້າໝາຍທີ່ມີເງື່ອນໄຂແຈ້ງຊັບສິນທັງໝົດ 65 ທ່ານ, ນອກຈາກການລາຍງານຂອງຄະນະກວດກາພັກເມືອງແລ້ວ ຍັງໄດ້ລົງຕິດຕາມ, ຊຸກຍູ້ວຽກງານກວດກາຢູ່ຂັ້ນຮາກຖານບ້ານຄື: ເຂດຜາເມືອງ ແລະ ທາສີ ໃນນີ້ໄດ້ນໍາເອົາວາລະສານກວດກາ, ຜ້າປິດປາກ ແລະ ເຈວລ້າງມື ໄປໃຫ້ປະຊາຊົນຢູ່ເຂດດັ່ງກ່າວ.

About admins16