ເປີດຮ້ານວາງສະແດງ ແລະ ຂາຍສິນຄ້າ ຫັດຖະກຳ ODOP ຢູ່ທີ່ເດີ່ນວັດພະບາດ

      ພິທີເເປີດຮ້ານວາງສະແດງ ແລະ ຂາຍສິນຄ້າ ຫັດຖະກຳ,ສິນຄ້າໂອດ໊ອບ ໜື່ງເມືອງ ໜື່ງຜະລິດຕະພັນ ຢູ່ເມືອງທ່າພະບາດ ແຂວງ ບໍລິຄຳໄຊ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 15 ພະຈິກ 2021 ຢູ່ທີ່ບ້ານພະບາດໂພນສັນ ເມືອງທ່າພະບາດ ເປັນກຽດເຂົ້າຮ່ວມຕັດແທບຜ້າ ຂອງທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງ ບໍລິຄຳໄຊ,ທ່ານ ສົມສົດ ແສງອາພອນ ເຈົ້າເມືອງ ທ່າພະບາດ, ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກ ອຸດສະຫະກຳ ແລະ ການຄ້າແຂວງ, ມີພາກສ່ວນທີ່ກ່ຽວຂ້ອງແຂວງ ແລະ ເມືອງເຂົ້າຮ່ວມ.

       ຮ້ານວາງສະແດງ ແລະ ຂາຍສິນຄ້າຜະລິດຕະພັນພູມປັນຍາຊາວບ້ານ ຕັ້ງຢູ່ແຄມເສັ້ນທາງເລກທີ 13 ໄຕ້,ບ້ານພະບາດໂພນສັນ ເມືອງ ທ່າພະບາດ ເຊີ່ງໄດ້ເລີ່ມລົງມືກໍ່ສ້າງມາຕັ້ງແຕ່ທ້າຍເດືອນເມສາ 2021 ເປັນຕົ້ນມາ,ມີທັງໝົດ 16 ຫ້ອງ,ແຕ່ລະຫ້ອງມີຂະໜາດ 4 x 9 ແມັດ,ລວມມູນຄ່າການກໍ່ສ້າງທັງໝົດ 352.000.000 ລ້ານກີບ ໂດຍແມ່ນທຶນຂອງປະຊາຊົນ ຮ້ອຍສ່ວນຮ້ອຍ,ຮ້ານວາງສະແດງ ແລະ ຂາຍສິນຄ້າຫັດຖະກຳຈຳນວນ 16 ຫ້ອງ ໃນນັ້ນມີຫ້ອງຂາຍເຄື່ອງຫັດຖະກຳຈັກສານຈຳນວນ 11 ຫ້ອງ,ຫ້ອງຂາຍຜ້າໄໝຈໍານວນ 1 ຫ້ອງ,ຫ້ອງຂາຍຢາພື້ນເມືອງ ກາພູເຂົາຄວາຍ 1​ ຫ້ອງ,ຫ້ອງຂາຍລູກຊິ້ນ 2 ຫ້ອງ ແລະ ຫ້ອງຂາຍຜະລິດຕະພັນແກະສະລັກ 1​ ຫ້ອງ.ສິນຄ້າຜະລິດຕະພັນພູມປັນຍາຊາວບ້ານ ແລະ ສິນຄ້າໂອດັອບ ທີ່ນຳມາວາງສະແດງ ແລະ ຂາຍສິນຄ້າຢູ່ແຫ່ງນີ້ ແມ່ນເປັນສິນຄ້າການຜະລິດຈາກສືມືພູມປັນຍາຂອງຊາວບ້ານ ພາຍໃນເມືອງທ່າພະບາດທັງໝົດ.ຮ້ານວາງສະແດງ ແລະ ຂາຍສິນຄ້າແຫ່ງນີ້ ເປີດບໍລິການທຸກໆວັນ ແລະ ຈະເປັນສິ່ງເອື້ອອຳນວຍໃນການເຂົ້າເຖິງຂອງລູກຄ້າທີ່ຈະມາຢ້ຽມຊົມ ແລະ ຊື້ຜະລິດຕະພັນຕ່າໆ ນອກນັ້ນຍັງເປັນອີກທ່າແຮງໜື່ງ ໃນການສ້າງວຽກເຮັດງານທຳໃຫ້ແກ່ກູ່ມການຜະລິດປະຊາຊົນພາຍໃນເມືອງທ່າພະບາດ ສາມາດສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ຄອບຄົວຕົວແບບ ໃນການຜະລິດໃຫ້ມີການຂະຫຍາຍຕົວຂື້ນເທື່ອລະກ້າວ.

About admin11