ເມືອງທ່າພະບາດ ເລີ່ມລົງສັກຢາກັນພະຍາດສັດ ປະຈຳປີ

ເນື່ອງໃນໂອກາດ ວັນສັກຢາກັນພະຍາດສັດແຫ່ງຊາດ 11 ພະຈິກທີ່ຄົບຮອບອີກວາລະໜຶ່ງໃນວັນທີ 12 ພະຈິກ 2021ຢູ່ທີ່ ບ້ານ ຫົງທອງ ເມືອງທ່າພະບາດໄດ້ເປິດພິທີ ສັກຢາກັນພະຍາດສັດແຫ່ງຊາດປະຈຳປີ 2021ຂື້ນ ໂດຍພາຍໃຕ້ການເປັນ ປະທານຂອງທ່ານ ບຸນເພັງ ຈັນທະວົງສຸກ ຮອງເຈົ້າເມືອງ ທ່າພະບາດ ມີພະນັກງານວິຊາການສັດຕະວັດແພດຈາກຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ ຮ່ວມກັບ ອຳນາດການປົກຄອງບ້ານ ຕະຫຼອດຮອດພໍ່,ແມ່ ປະຊາຊົນ ບ້ານຫົງທອງຜູ້ທີ່ມີສັດລ້ຽງເຂົ້າຮ່ວມ.

ທ່ານ ນາຍ ໄຊຍະວົງ ນາຍບ້ານ ບ້ານ ຫົງທອງ ໄດ້ລາຍງານໃຫ້ຮູວ່າ: ບ້ານຫົງທອງ ມີຄວາຍ 50 ໂຕ, ງົວ 900 ໂຕ, ແບ້ 90 ກ່ວາໂຕ ແລະ ສັດປິກອື່ນໆ, ຜ່ານມາໃນແຕ່ລະປີສັດລ້ຽງຂອງປະຊາຊົນມັກມີພະຍາດເກີດຂື້ນເຮັດໃຫ້ຄວາຍຂອງປະຊາຊົນຕາຍຈຳນວນ 14 ໂຕ ແລະ ປີ 2021 ງົວ 7 ໂຕ ໂດຍບໍ່ຮູ້ສາຍເຫດ ຈາກບັນຫາດັ່ງກ່າວເຮັດໃຫ້ເກີດຄວາມສູນເສຍທາງຊັບສີນຂອງປະຊາຊົນຈຳນວນຫຼາຍ
ເມື່ອເຫັນໄດ້ບັນຫາດັ່ງກ່ວາ ທ່ານຮອງເຈົ້າເມືອງໄດ້ຮຽກຮອງມາຍັງພໍ່, ແມ່ ປະຊາຊົົນ ຜູ້ທີ່ ມີສັດລ້ຽງຈົ່ງໄດ້ເອົາໃຈໃສ່ໃນການຮັກສາສຸຂະພາບສັດຂອງຕົນຢ່າຖືເບົາ ໃນການສັກຢາປ້ອງກັນພະຍາດສັດກໍ່ເພື່ອປ້ອງກັນການລະບາດຂອງພະຍາດໃນໄລຍະຂອງການປ່ຽນຖ່າຍລະດູການ ແລະ ປ້ອງກັນການສູນເສຍທາງສັບສິນຂອງຕົນ ຫຼັງຈາກສຳເລັດທາງທີມງານສັດຕະວະແພດ ຈະໄດ້ລົງສັກຢາໃຫ້ສັດໃນທົ່ວເມືອງ ໃນນັ້ນມີຄວາຍທັງໝົດ 4.53 ໂຕ, ງົວ 15.606 ໂຕ, ໝູ 5.043 ໂຕ, ແບ້ 3.276 ໂຕ,

About admin11