ປະທານກອງທຶນໜຶ່ງດວງໃຈ ຕິດຕາມກວດກາການກຽມພ້ອມງານສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ຄສ 2022 ແລະ ຕ້ອນຮັບປີໃໝ່ ຄສ 2023

ໃນວັນທີ 27 ທັນວາ 2022 ຢູ່ອານຸສາວະລີທ່ານ ສີສົມພອນ ລໍວັນໄຊ, ທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນໜຶ່ງດວງໃຈ ບໍລິຄຳໄຊຊ່ວຍເຫຼືອສັງຄົມ ພ້ອມຄະນະ ໄດ້ລົງຕິດຕາມກວດກາການກຽມຄວາມພ້ອມຂອງງານສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ຄສ 2022 ແລະ ຕ້ອນຮັບປີໃໝ່ ຄສ 2023.

ທ່ານ ນາງ ແອງ ໄຊສົງຄາມ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງບໍລິຄຳໄຊວ່າ: ການກະກຽມງານໃນຄັ້ງນີ້ ແມ່ນໄດ້ເລັ່ງໃສ່ການຈັດສະຖານທີ່, ການຕົກແຕ່ງເວທີ, ລະບົບແສງ, ສີ, ສຽງ ແລະ ອື່ນໆ, ປັດຈຸບັນ ການກຽມຄວາມພ້ອມ ມີຄວາມຄືບໜ້າແລ້ວ 70%.

ພາຍໃນງານ ຈະໄດ້ມີຫຼາຍກິດຈະກຳທີ່ໜ້າສົນໃຈ ໂດຍສະເພາະແມ່ນການສະແດງສິລະປະວັນນະຄະດີ, ການເດີນແບບ, ການປະກວດລຳວົງລາວ ໂດຍມີຜູ້ເຂົ້າຮ່ວມປະກວດທີ່ມາຈາກພະແນກການຫ້ອງການ, ບໍລິສັດ, ລັດວິສາຫະກິດ ພາຍໃນແຂວງບໍລິຄຳໄຊ ຈຳນວນ 40 ຄູ່ ແລະ ກິດຈະກໍາອື່ນໆ.

ທ່ານປະທານກອງທຶນໜຶ່ງດວງໃຈ ຍັງໄດ້ໃຫ້ສໍາພາດຕື່ມອີກວ່າ ຈຸດປະສົງໃນການຈັດງານຄັ້ງນີ້ ກໍ່ເພື່ອເປັນການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ຄສ 2022 ແລະ ຕ້ອນຮັບປີໃໝ່ ຄສ 2023 ພ້ອມດຽວກັນຍັງເປັນການຫາລາຍໄດ້ເຂົ້າກອງທຶນໜຶ່ງດວງໃຈ ບໍລິຄຳໄຊຊ່ວຍເຫຼືອສັງຄົມ ເພື່ອນຳໄປຊ່ວຍເຫຼືອສັງຄົມໃນຕໍ່ໜ້າ, ນອກນັ້ນ ຍັງເປັນການພົບປະສ້າງສັນຄວາມສາມັກຄີເຊິ່ງກັນ ແລະ ກັນ ລະຫວ່າງ ບັນດາການນຳພັກ-ລັດ, ບໍລິສັດວິສະຫະກິດ ກໍ່ຄືຜູ້ປະກອບການທາງດ້ານທຸລະກິດ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.

About admins14