ເຈົ້າແຂວງບໍລິຄຳໄຊ ຕ້ອນຮັບເຂົ້າຢ້ຽມຂ່ໍານັບ ຂອງຄະນະສະພາວິທະຍາສາດ ແລະ ເຕັກໂນໂລຊີແຂວງຮ່າຕິ້ງ

ໃນວັນທີ 27 ທັນວາ 2022 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂໍ່ານັບຂອງ ທ່ານ ໂດຄວາວັນ ປະທານສະພາວິທະຍາສາດ ແລະ ເຕັກໂນໂລຊີແຂວງຮ່າຕິ້ງ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດທີ່ມາຢ້ຽມຢາມເຮັດວຽກ ຢູ່ແຂວງບໍໍລິຄຳໄຊ.

ທ່ານ ໂດຄວາວັນ ໄດ້ລາຍງານຈຸດປະສົງໃນຄັ້ງນີ້ວ່າ ເພື່ອມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບພະແນກເຕັກໂນໂລຊີ ແລະ ການສື່ສານແຂວງບໍລິຄຳໄຊ ກຽວກັບການຈັດຕັ້ງປະຕິບັດ ໂຄງການຜະລິດເຫັດເປັນອາຫານ, ເປັນຢາ ແລະ ການລ້ຽງກວາງ.

ໂຄງການຜະລິດເຫັດເປັນອາຫານ ແລະ ເປັນຢາ ຂອງແຂວງບໍລິຄຳໄຊ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດຢ່າງເປັນທາງການ ໃນທ້າຍເດືອນກັນຍາ 2022 ຢູ່ສູນທ່າກົກຄູນ ບ້ານປັດຊຸມ ເມືອງປາກຊັນ ໂດຍໄດ້ຮັບການຊ່ວຍເຫຼືອຈາກແຂວງຮ່າຕິ້ງ ສສ ຫວຽດນາມ ໃນການນໍາໃຊເຕັກນິກວິທະຍາສາດ ແລະ ເຄື່ອງຈັກທີ່ທັນສະໄໝ ເຂົ້າໃນການຜະລິດ, ເຮັດໃຫ້ການຜະລິດໄດ້ທັງປະລິມານ ແລະ ຄຸນນະພາບ.

ປັດຈຸບັນ ໂຄງການກໍາລັງເພາະເລີ່ມເພາະເຊື້ອເຫັດຫຼາຍປະເພດ ທັງເຫັດປະເພດເປັນອາຫານ ແລະ ເປັນຢາ ເປັນຕົ້ນແມ່ນ ເຫັດຂາວ, ເຫັດຫູໜູ, ເຫັດລີງຈື ແລະ ເຫັດປະເພດອື່ນໆ, ໂຄງການລ້ຽງກວາງເປັນສິນຄ້າ ໄດ້ມີການຝຶກອົບຮົບຂັ້ນຕອນການເຮັດຄອກ, ການລ້ຽງ, ການບົວລະບັດຮັກສາກວາງ ແລະ ອື່ນໆ ເຫັນວ່າຄອບຄົວທີ່ຈະໄດ້ຮັບການລ້ຽງກວາງ ໄດ້ເອົາໃຈໃສ່ສ້າງຕອກກວາງ ໃຫ້ໄດ້ຕາມແບບທີ່ຊຽວຊານການລ້ຽງກວາງໄດ້ແນະນໍາ.

ໂອກາດນີ້ ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມເຮັດວຽກ ຢູ່ແຂວງບໍລິຄຳໄຊໃນຄັ້ງນີ້ ແລະ ທ່ານໄດ້ຍົກໃຫ້ເຫັນວ່າ ໂຄງການຜະລິດເຫັດເປັນອາຫານ, ເປັນຢາ ແລະ ການລ້ຽງກວາງ ເປັນໂຄງການໜຶ່ງທີ່ຈະສາມາດສ້າງອາຊີບວຽກເຮັດງານທໍາ ໃຫ້ພໍ່ແມ່ປະຊາຊົນຊາວແຂວງບໍລິຄຳໄຊ, ປະກອບສ່ວນໃນການສ້າງສາ, ພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ໃຫ້ນັບມື້ນັບດີຂຶ້ນ, ພ້ອມນັ້ນໂຄງການດັ່ງກ່າວ ຍັງສະແດງໃຫ້ເຫັນເຖິງສາຍພົວພັນຮ່ວມມືມິດຕະພາບ ລະຫວ່າງສອງປະເທດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ນັບມື້ນັບແໜ້ນແຟ້ນກົມກຽວ.

ສຸດທ້າຍ ທ່ານເຈົ້າແຂວງບໍລິຄຳໄຊ ຍັງໄດ້ອວຍພອນໃຫ້ຄວາມສາມັກຄີມິດຕະພາບ ແລະ ການພົວພັນຮ່ວມມືພິເສດຮ້ອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ ອ້າຍນ້ອງ ເວົ້າລວມ, ເວົ້າສະເພາະກໍ່ຄື ແຂວງບໍລິຄຳໄຊ-ແຂວງຮ່າຕິ້ງ ນັບມືນັບມີຄວາມໝັ້ນຄົງທະນົງແກ່ນ ແລະ ແໜ້ນແຟ້ນກົມກຽວຊົ່ວກາລະນານ.

About admins14