ບໍລິຄຳໄຊ ແລະ ໄຊສົມບູນ ສ້າງຄວາມເຂັ້ມແຂງ ໃຫ້ວຽກງານໂຄສະນາການທ່ອງທ່ຽວ

ຊຸດຝຶກອົບຮົມການສ້າງຄວາມເຂັ້ມແຂງ ໃຫ້ບຸກຄະລາກອນຂັ້ນສູນກາງ ແລະ ທ້ອງຖິ່ນ ກ່ຽວກັບກົນລະຍຸດການໂຄສະນາການທ່ອງທ່ຽວ ໄດ້ຈັດຂຶ້ນໃນວັນທີ 28 ທັນວາ 2022 ຢູ່ຫ້ອງປະຊຸມທ່ອງທ່ຽວແຂວງບໍລິຄຳໄຊ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົນທອງ ວີບຸນກວ້າງ ຫົວໜົວພະແນກຖະແຫຼວງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ ແລະ ທ່ານ ນາງ ແສງໂສດາ ວັນທານຸວົງ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ, ມີຄະນະຮັບຜິດຊອບຈາກກະຊວງ, ວິທະຍາກອນ, ນັກສໍາມະນາກອນຈາກ ຖວທ ແຂວງບໍລິຄຳໄຊ, ແຂວງໄຊສົມບູນ ແລະ ຖວທ ເມືອງ ເຂົ້າຮ່ວມ.

ໃນຊຸດຝຶກອົບຮົມ ນັກສໍາມະນາກອນ ຈະໄດ້ຮຽນຮູ້ຫຼາຍບົດຮຽນສຳຄັນ ທີ່ຈະສາມາດນໍາໃຊ້ເຂົ້າໃນວຽກງານໂຄສະນາການທ່ອງທ່ຽວ ເພື່ອສ້າງຄວາມສົນໃຈ ແລະ ປັດໄຈດຶງດຸດນັກທ່ອງທ່ຽວ ເປັນຕົ້ນແມ່ນ ຄວາມໝາຍຄວາມສຳຄັນ, ປະເພດ ແລະ ຫຼັກການ ຂອງການໂຄສະນາການທ່ອງທ່ຽວ, ຍຸດທະສາດ ເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດ ເຂົ້າມາໃນທຸລະກິດການທ່ອງທ່ຽວ, ບົດຮຽນໃນການສ້າງໂພດສະເຕີ, ການຖ່າຍຮູບນີ້ງ, ໂປຣແກມຕັດຕໍ່ວິດີໂອ ໃນໂທລະສັບ, ພ້ອມນັ້ນ ຍັງຈະໄດ້ແບ່ງກຸມ ລົງເກັບກໍາຂໍ້ມູນ, ເກັບພາບປະກອບ, ວິດີໂອ ເພື່ອນໍາມາປະຕິບັດຕົວຈິງ ໃນການສ້າງໂພດສະເຕີ້ ແລະ ວິດີໂອ ໂຄສະນາການທ່ອງທ່ຽວ.

ຊຸດຝຶກອົບຮົມຄັ້ງນີ້ ຈະໄດ້ນໍາເນີນເປັນເວລາ 2 ວັນ ຈຶ່ງສໍາເລັດ ແຕ່ວັນທີ 28 – 29 ທັນວາ 2022, ນີ້ກໍ່ເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານ ທີ່ເຮັດວຽກໂຄສະນາການທ່ອງທ່ຽວ ເຂົ້າໃຈວິທີການໂຄສະນາການທ່ອງທ່ຽວ ໃຫ້ໄດ້ຮັບຜົນດີ, ເຂົ້າເຖິງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ສາມາດໝູນໃຊ້ເຄື່ອງມືທີ່ທັນສະໄໝ ຢ່າງມີປະສິດທິພາບ, ສ້າງແຫຼ່ງທ່ອງທ່ຽວທີ່ເປັນທ່າແຮງບົ່ມຊ້ອນຂອງແຂວງ ເຂົ້າໃນການສ້າງລາຍຮັບ, ວຽກເຮັດງານທໍາ ໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນ ເຂົາໃນພັດທະນາເສດຖະກິດ-ສັງຄົມ ໃຫ້ດີຂຶ້ນເທື່ອລະກ້າວ.

About admins14