ປະຊາສໍາພັນ ອອກໃບຕາດິນແບບເປັນລະບົບ ທີ່ບ້ານຈອມທອງ


ໃນວັນທີ 9 ພະຈິກ 2020 ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ໄດ້ເປີດກອງປະຊຸມປະຊາສໍາພັນອອກໃບຕາດີນແບບເປັນລະບົບ ຢູ່ບ້ານຈອມທອງ ( ຄຸ້ມໂພຄຳ ) ເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ ໂດຍການເຂົ້າຮ່ວມຂອງທ່ານ ບົວພັນ ອີນຄຳມະວົງ ຮອງເຈົ້າເມືອງ, ມີ ພໍ່, ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.


ໃນກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ຮັບຟັງການເຜີຍແຜ່ບາງເນື້ອມາດຕາຂອງກົດໝາຍວ່າດ້ວຍທີ່ດິນ ເຊັ່ນ: ກຳມະສິດທີ່ດິນ, ການຫ້າມຈັບຈອງທີ່ດິນ, ການຂຶ້ນທະບຽບທີ່ດິນ, ສິດ ແລະ ພັນທະຂອງຜູ້ນຳໃຊ້ທີ່ດິນ, ຂັ້ນຕອນການອອກໃບຕາດິນທີ່ຖືກຕ້ອງ.

ພ້ອມນີ້ ຍັງໄດ້ຮັບຟັງບາງເນື້ອໃນຂອງເອກະສານ ກ່ຽວກັບສິດສະເໝີພາບ ແລະ ບົດບາດຍິງຊາຍ ທາງດ້ານການເມືອງ, ເສດຖະກິດ ແລະ ໃນການອອກໃບຕາດິນ.

ຈຸດປະສົງ ກໍ່ເພື່ອໃຫ້ພໍ່ແມ່ປະຊາຊົນ ເຫັນໄດ້ຄວາມສຳຄັນ, ຮູ້ຂັ້ນຕອນທີ່ຖືກຕ້ອງ ໃນການອອກໃບຕາດິນແບບເປັນລະບົບ.

About admin11