ປະຊາຊົນບ້ານໃຫຍ່ທົ່ງແສນສຸມໃສ່ການປູກພືດລະດູແລ້ງຢ່າງເປັນຂະບວນ


ທ່ານ ບົວແກ້ວ ສຸດທິໄຊ ຮອງນາຍບ້ານ-ບ້ານໃຫຍ່ທົ່ງແສນ ເມືອງຄຳເກີດ ແຂວງບໍລິຄຳໄຊ ໃຫ້ສໍາພາດຕໍ່ນັກຂ່າວໃນວັນທີ 9 ພະຈິກ 2020 ວ່າ: ບ້ານໃຫຍ່ທົ່ງແສນ ເປັນບ້ານໜຶ່ງທີ່ນອນຢູ່ໃນກຸ່ມພັດທະນາທົ່ງແສນ ປະກອບມີ 3 ຄຸ້ມ ຄື: ຄຸ້ມໂພນສີ, ຄຸ້ມໂພນວິໄລ ແລະ ຄຸ້ມທົ່ງແສນ ມີ 632 ຫຼັງຄາເຮືອນ, 876 ຄອບຄົວ, ມີພົນລະເມືອງທັງໝົດ 4.166 ຄົນ, ຍິງ 2.130 ຄົນ, ມີ 2 ເຜົ່າຢູ່ຮ່ວມກັນ ຄື: ເຜົ່າມົ້ງກວມເອົາ 84,2% ແລະ ເຜົ່າລາວລຸ່ມກວມເອົາ 15,8%.

ໝົດບ້ານມີເນື້ອທີ່ທໍາການຜະລິດທັງໝົດ 5 ພັນກ່ວາເຮັກຕ່າ, ໃນນັ້ນ ມີເນື້ອທີ່ນາ 1.173 ກ່ວາເຮັກຕ່າ ແລະ ເນື້ອທີ່ສວນ 4.459 ກ່ວາເຮັດຕ່າ, ປະຊາຊົນສ່ວນໃຫຍ່ ແມ່ນປູກມັນຕົ້ນໃນເນື້ອທີ່ 500 ກ່ວາເຮັກຕ່າ, ນອກນັ້ນ ຍັງໄດ້ປູກ ສາລີ, ຖົ່ວດິນ, ມັນດ້າງ, ໝາກຖົ່ວ, ພືດລົ້ມລຸກ ແລະ ພືດຜັກສວນຄົວ.

ປະຈຸບັນ ປະຊາຊົນພາຍໃນບ້ານ ແມ່ນກໍາລັງຂຸ້ນຂ້ຽວໃນການເກັບກ່ຽວເຂົ້ານາປີ ໃຫ້ທ່ວງທັນກັບລະດູການ ເຊິ່ງສາມາດສໍາເລັດແລ້ວ 80% ສະມັດຕະພາບເຂົ້າສະເລ່ຍໄດ້ 3-3,5 ໂຕ່ນ/ເຮັກຕ່າ. ໃນປີນີ້ເຂົ້ານາປີແມ່ນໄດ້ຫຼຸດລົງກ່ວາປີຜ່ານມາ ເພາະຝົນຕົກບໍ່ຖືກຕ້ອງຕາມລະດູການ ເຮັດໃຫ້ການປັກດໍາເຂົ້ານາປີຊ້າກ່ວາປີຜ່ານມາ, ພາຍຫຼັງ ການເກັບກ່ຽວເຂົ້ານາປີສໍາເລັດແລ້ວ ປະຊາຊົນພາຍໃນບ້ານ ຍັງໄດ້ສຸມໃສ່ການປູກພືດລະດູແລ້ງ ເຊັ່ນ: ສາລີ, ຖົ່ວດິນ, ມັນດ້າງ ແລະ ພືດຜັກສວນຄົວ ເພື່ອສົ່ງຂາຍຕາມທ້ອງຕະຫຼາດ.

ນອກຈາກການເກັບກູ້ພືດລະດູຝົນແລ້ວ ປະຊາຊົນຍັງໄດ້ສຸມໃສ່ການເກັບກູ້ມັນຕົ້ນ ເຊິ່ງເປັນສິນຄ້າທີ່ປະຊາຊົນພາຍໃນເຂດ ພວມນິຍົມກັນປູກຢ່າງຫລວງຫລາຍ, ສະເລ່ຍ 30 ໂຕນ / 1 ເຮັກຕາ ແລະ ຂາຍໃນລາຄາ 1.400 ກີບ/ກິໂລ, ສໍາລັບມັນຕົ້ນດິບ ຂາຍໃນລາຄາ 450/ກິໂລ.

ນອກຈາກການປູກຝັງແລ້ວ ປະຊາຊົນຍັງໄດ້ລ້ຽງສັດຕື່ມອີກ ເຊັ່ນ: ງົວ-ຄວາຍ 700 ກວ່າໂຕ, ໝູ 200 ກວ່າໂຕ, ແບ້ 200 ກວ່າໂຕ ແລະ ສັດປີກອີກ 2 ພັນກວ່າໂຕ, ສະເລ່ຍລາຍຮັບຂອງປະຊາຊົນໃນ 1 ປີ ໄດ້ 2-3 ລ້ານກວ່າກີບ/ຄົນ/ປີ.


ໃນທ້າຍເດືອນຜ່ານມາ ປະຊາຊົນໄດ້ຮັບຜົນກະທົບຈາກພາຍຸໂມລາເວມີ 4 ຄອບຄົວ ໃນນັ້ນ ມີເນື້ອທີ່ນາ ແລະ ເນື້ອທີ່ສວນໄດ້ຮັບຜົນເສຍຫາຍຈາກນໍ້າຖ້ວມປະມານ 30 ລ້ານກວ່າກີບ
ທ່ານ ບົວແກ້ວ ຮອງນາຍບ້ານ – ບ້ານໃຫຍ່ທົ່ງແສນ ໃຫ້ຮູ້ຕື່ມອີກວ່າ: ບ້ານໃຫຍ່ທົ່ງແສນ ສາມາດປະກາດເປັນບ້ານວັດທະນະທໍາ, ບ້ານສາມັກຄີປອງດອງ, ບ້ານປອດຄະດີ, ບ້ານຈົບຊັ້ນປະຖົມ ແລະ ບ້ານພັດທະນາແລ້ວໃນສົກປີຜ່ານມາ.

About admin11