ບ້ານໂພນທອງ ປັບປຸງກົງຈັກການຕັດຕັ້ງ ພັກ – ລັດ


ໃນຕອນເຊົ້າຂອງວັນທີ 6 ພະຈິກ 2020 ທີ່ຫ້ອງການບ້ານໂພນທອງ ເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ່ 6 ຂອງບ້ານຂຶ້ນ, ພາຍໃຕ້ການເປັນປະທານຂອງສະຫາຍ ໄມອ່ອນ ສີຫາລາດ ເລຂາພັກບ້ານ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ກີ່ ຊົ່ງລາວ່າງ ຮອງເລຂາພັກເມືອງຄຳເກີດ, ມີຄະນະພັກຮາກຖານ ຄະນະປັບປຸງການຈັດຕັ້ງບ້ານ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.


ໃນກອງປະຊຸມໄດ້ຮັບຟັງການລາຍງານການເມືອງທັງສອງພາກ ຈາກສະຫາຍ ໄມອ່ອນ ສີຫາລາດ ເລຂາພັກບ້ານ ນາຍບ້ານໂພນທອງ ສະຫາຍໃຫ້ຮູ້ວ່າ: ໃນໄລຍະ 5 ປີທີ່ຜ່ານມາ ຄະນະພັກ ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມະຊິກພັກ, ປະຊາຊົນບັນດາເຜົ່າພາຍໃນບ້ານ ຢ່າງເປັນປົກກະຕິ-ຕໍ່ເນື່ອງ ດ້ວຍຫຼາຍຮູບການ, ເປັນຕົ້ນແມ່ນ ໄດ້ນຳເອົາເອກະສານແນວທາງການເມືອງຂອງພັກ, ກົດໝາຍຕ່າງໆຂອງລັດ, ຄໍາສັ່ງ, ຂໍ້ກໍານົດ ແລະ ນິຕິກໍາຕ່າງໆຂອງພັກ ຂອງລັດ ມາເຜີຍແຜ່ ສາມາດເຮັດໃຫ້ແຕ່ລະຄອບຄົວພາຍໃນບ້ານ ໄດ້ຮັບຮູ້ຢ່າງທົ່ວເຖິງ.

ບ້ານໂພນທອງມີ 420 ຫຼັງຄາເຮືອນ, 569 ຄອບຄົວ, ມີພົນລະເມືອງທັງໝົດ 2.398 ຄົນ, ຍິງ 1.153 ຄົນ, ມີ 3 ເຜົ່າຄື: ເຜົ່າລາວລຸ່ມ, ເຜົ່າລາວເທິງ ແລະ ເຜົ່າມົ້ງ, ປະຊາຊົນສ່ວນຫຼາຍ ຍຶດຖືອາຊີບປູກຝັງລ້ຽງສັດເປັນຕົ້ນຕໍ ແລະ ຄ້າຂາຍເປັນສໍາຮອງ, ມີເນື້ອທີ່ທໍໍາການຜະລິດທັງໝົດ 26.760 ເຮັກຕ່າ.

ພາຍຫລັງຄະນະພັກຊຸດເກົ່າອຳລາໜ້າທີ່ ກອງປະຊຸມ ກໍ່ໄດ້ດຳເນີນການປ່ອນບັດ ເອົາຄະນະພັດຊຸດໃໝ່ ໂດຍມີຜູ້ລົງສະໝັກ 5 ສະຫາຍ ເລືອກເອົາ 3 ສະຫາຍ, ຜົນຂອງການປ່ອນບັດເລືອກຕັ້ງ ໄດ້:  ສະຫາຍ ໄມຈັນ ໄຊຍະຈັກ ເປັນເລຂາ, ສະຫາຍ ໄມຄໍາ ວັນນະສິນ ແລະ ສະຫາຍ ຊຽງຕິດ ເທບພະວົງ ເປັນຮອງເລຂາ.

ໃນຕອນບ່າຍຂອງວັນດຽວກັນ ກໍ່ໄດ້ດຳເນີນກອງປະຊຸມເລືອກຕັ້ງນາຍບ້ານ ໂດຍມີຜູ້ສະໝັກ 5 ທ່ານ ແລະ ເລືອກເອົາ 4 ທ່ານ.


ຜົນຂອງການບ່ອນບັດໄດ້: ທ່ານ ໄມຈັນ ໄຊຍະຈັກ ເປັນນາຍບ້ານ, ທ່ານ ໄມຄໍາ ວັນນະສິນ, ທ່ານ ຊຽງຕິດ ເທບພະວົງ ແລະ ທ່ານ ອ່ອນຈັນ ຈະເລີນທອງ ເປັນຮອງນາຍບ້ານ.

About admin11