ປະຊາສໍາພັນຂຶ້ນສໍາມະໂນທີ່ດິນ ແບບເປັນລະບົບໃຫ້ປະຊາຊົນບ້ານຫ້ວຍຫອຍ

  ໃນວັນທີ 15 ມີຖຸນາ 2022 ຢູ່​ສະໂມສອນ​ ບ້ານ ຫ້ວຍຫອຍ, ເມືອງວຽງທອງ ແຂວງ ບໍລິຄຳໄຊ ພະນັກງານຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ໄດ້ຈັດກອງປະຊຸມປະຊາສໍາພັນສໍາຫຼວດວັດແທກຂຶ້ນສໍາມະໂນທີ່ດີນແບບເປັນລະບົບ ໃຫ້ປະຊາຊົນບ້ານຫ້ວຍຫອຍ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານພັກ-ພະນັກງານຂັ້ນເມືອງ, ທ່ານ ອຸທອນ ສິງຫາດວງປັນຍາ ຮອງຫົວໜ້າພະແນກ ຊສ ແຂວງບໍລິຄໍາໄຊ, ມີພາກສ່ວນທີ່ກ່ຽວຂ້ອງ, ແຂກຖືກເຊີນ ແລະ ພໍ່-ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

  ກອງປະຊຸມ ຜູູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານເອກະສານທີ່ຕິດພັນກັບການຂຶ້ນທະບຽນທີ່ດີນ ເປັນຕົ້ນແມ່ນບາງມາດຕາຂອງກົດໝາຍ ວ່າດ້ວຍທີ່ດິນ, ກຳມະສິດທີ່ດິນ, ການຫ້າມຈັບຈອງທີ່ດິນ, ການຂື້ນທະບຽນທີ່ດິນ, ສິດ ແລະ ພັນທະຂອງຜູ້ຊົມໃຊ້ທີ່ດິນ, ສິດສະເໝີພາບລະຫວ່າງຍິງ – ຊາຍ ທາງດ້ານການເມືອງ, ດ້ານເສດຖະກິດ, ດ້ານວັດທະນະທຳສັງຄົມ, ດ້ານຄອບຄົວ ແລະ ສາຍພົວພັນກ່ຽວກັບວຽກງານອອກໃບຕາດິນ, ອະທິບາຍ ຄວາມສໍາຄັນຂອງດິນ, ອະທິບາຍກ່ຽວກັບການຈົ່ງທາງ ຫຼື ເຂດສະຫງວນທາງທີຕິດກັບດີນຂອງແຕ່ລະຕອນໃຫ້ມີຄວາມເໝາະສົມ ພ້ອມທັງອະທິບາຍ, ຊີ້ແຈງກ່ຽວກັບວິທີ ແລະ ຂັ້ນຕອນໃນການອອກໃບຕາດີນ ເພື່ອເຮັດໃຫ້ການຄຸ້ມຄອງ, ນໍາໃຊ້ ແລະ ພັດທະນາທີ່ດິນ ຂອງປະຊາຊົນຢູ່ໃນລະບົບ ແລະ ຖືກຕ້ອງຕາມລະບຽບກົດໝາຍ.

 

About admin11