ເມືອງວຽງທອງ ເຜີຍແຜ່ຂໍ້ຕົກລົງຂອງ ເຈົ້າແຂວງ ບໍລິຄຳໄຊ ວ່າດ້ວຍການມີສ່ວນຮ່ວມຂອງສັງຄົມເຂົ້າໃນວຽກງານການສຶກສາ

  ໃນວັນທີ 15 ມິຖຸນາ 2022 ທີ່ຫ້ອງປະຊຸມຊັ້ນ III ຫ້ອງວາການເມືອງ ວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່ ຂໍ້ຕົກລົງ ຂອງເຈົ້າແຂວງ ເລກທີ 150/ ຂບຊ ວ່າດ້ວຍການມີສ່ວນຮ່ວມຂອງສັງຄົມເຂົ້າໃນວຽກງານການສຶກສາ ເປັນກຽດເຂົ້າຮ່ວມ ແລະ ເຜີຍແຜ່ຂອງທ່ານ ຄຳເພັດ ໄຊປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ, ຜູ້ອຳນວຍການໂຮງຮຽນ, ຜູ້ບໍລິຫານການສຶກສາຂັ້ນເມືອງ, ຂັ້ນບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

   ໃນກອງປະຊຸມ ທ່ານປະທານໄດ້ໃຫ້ກຽດເຜີຍແຜ່ຂໍ້ຕົກລົງຂອງທ່ານ ເຈົ້າແຂວງ ເລກທີ 150/ຂບຊ ວ່າດ້ວຍການມີສ່ວນຮ່ວມຂອງສັງຄົມ ເຂົ້າໃນວຽກງານການສຶກສາໃນຂໍ້ຕົກລົງໄດ້ກຳນົດ ມີ: 7 ໝວດ ແລະ 33 ມາດຕາ.

ຈຸດປະສົງ ເພື່ອກຳນົດຫຼັກການ, ລະບຽບການ, ມາດຕະການຂອງສັງຄົມ ທີ່ມີສ່ວນຮ່ວມເຂົ້າໃນວຽກງານການສຶກສາ ແລະ ການຄຸ້ມຄອງນຳໃຊ້ງົບປະມານ, ວັດຖຸອຸປະກອນທີ່ໄດ້ມາຈາກການມີສ່ວນຮ່ວມນັ້ນ ໄດ້ຖືກນຳໃຊ້ເຂົ້າໃນການພັດທະນາວຽກງານການສຶກສາ, ສ້າງຜົນປະໂຫຍດຕໍ່ສ່ວນລວມ ເພື່ອແນໃສ່ພັດທະນາຊັບພະຍາກອນມະນຸດ ໃຫ້ກາຍເປັນພົນລະເມືອງດີ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ, ມີວິຊາຊີບ, ມີຄວາມຊຳນານງານ, ມີສຸຂະພາບພະລະນາໄມສົມບູນແຂງແຮງ, ຮູ້ຮັກສາສົ່ງເສີມສີລະປະວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ ສາມາດເຊື່ອມໂຍງເຂົ້າກັບພາກພື້ນ, ສາກົນ, ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ.

About admin11