ກອງປະຊຸມແລກປ່ຽນບົດຮຽນວຽກງານ 201 ລະຫວ່າງ ຫ້ອງສັນຕິບານ ປກສ ແຂວງ ກັບ ນັກສຶກສາ ວິທະຍາຄານ ສັນຕິບານປະຊາຊົນ ຮຸ່ນທີ 18/2

ຕອນເຊົ້າ ວັນທີ 16 ມິຖຸນາ 2022 ຢູ່ຫ້ອງປະຊຸມເບີ 3 ແຂວງບໍລິຄໍາໄຊ, ໄດ້ເປີດກອງປະຊຸມແລກປ່ຽນບົດຮຽນວຽກງານ 201 ລະຫວ່າງ ຫ້ອງສັນຕິບານ ປກສ ແຂວງ ກັບ ນັກສຶກສາປະລິນຍາຕີ ລະບົບຕໍ່ເນື່ອງ ສາຂາປ້ອງກັນຄວາມສະຫງົບໃນຂົງເຂດສັງຄົມ ຮຸ່ນທີ 18/2 ວິທະຍາຄານ ສັນຕິບານປະຊາຊົນ, ໂດຍການເປັນປະທານຂອງທ່ານ ພັນເອກ ຜາຂົງ ດອກມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະຫ້ອງ, ຄະນະພະແນກ, ບັນດາພະນັກງານຄູ-ອາຈານ, ນັກສຶກສາຮຸ່ນທີ່ 18/2 ແລະ ພະນັກງານວິຊາສະເພາະພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

 ທ່ານ ພັນຕີ ອ່ອນຕາ ເພັງພະອິນ ຮອງຫົວໜ້າພະແນກ 201 ຫ້ອງສັນຕິບານ ປກສ ແຂວງ, ໄດ້ຜ່ານບົດສະຫຼຸບແລກປ່ຽນບົດຮຽນວຽກງານ 201 ລະຫວ່າງ ຫ້ອງສັນຕິບານ ປກສ ແຂວງ ກັບ ນັກສືກສາປະລິນຍາຕີ ລະບົບຕໍ່ເນື່ອງ ສາຂາປ້ອງກັນຄວາມສະຫງົບໃນຂົງເຂດສັງຄົມ ຮຸ້ນທີ 18/2 ວິທະຍາຄານ ສັນຕິບານປະຊາຊົນ, ເຊີ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຕໍ່ກັບວຽກງານ 201.

ໃນໄລຍະຜ່ານມາ ພວກກຸ່ມຄົນບໍ່ດີ  ໄດ້ໃຊ້ທຸກຮູບການເພື່ອຕ້ານຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ດ້ວຍຮູບແບບໃນການໂຄສະນາຊວນເຊື່ອ, ເຮັດໃຫ້ພະນັກງານ ແລະ ປະຊາຊົນຈໍານວນໜື່ງເຂົ້າໃຈຜິດຕໍ່ແນວທາງຂອງພັກ-ລັດ ເຊິ່ງພວກເຂົາໄດ້ສວຍໃຊ້ບັນຫາສື່ສັງຄົມອອນລາຍ ເປັນເຄື່ອງມືໂຄສະນາຕ້ານແນວທາງນະໂຍບາຍຂອງພັກ-ລັດ, ດ້ວຍຮູບການຕັດຕໍ່ຮູບພາບ, ວີດີໂອ ພະນັກງານປະຕິບັດໜ້າທີ່ ແລ້ວນໍາໄປອັດຄິບ, ຂຽນຂໍ້ຄວາມທີ່ບໍ່ມີມູນຄວາມຈິງໃສ່ ແລ້ວນໍາໄປໂພດລົງສື່ສັງຄົມອອນລາຍ, ເພື່ອໃສ່ຮ້າຍປ້າຍສີພະນັກງານພັກ-ລັດ.

ພ້ອມນັ້ນ ພວກເຂົາຍັງໄດ້ສວຍໃຊ້ສາສະໜາ ເປັນສາກບັງໜ້າ ເຮັດໃຫ້ພໍ່ແມ່ປະຊາຊົນຜູ້ຮູ້ເທົ່າບໍ່ເຖິງການເຂົ້າຮ່ວມເຄື່ອນໄຫວກະທຳຜິດທາງສາສະໜາ, ບັນຫາສິດທິມະນຸດ, ປະຊາທິປະໄຕ ແລະ ບັນຫາອື່ນໆ ເພື່ອໂຈມຕີແນວທາງພັກ-ລັດເຮົາ. ພວກເຂົາໄດ້ຕັ້ງໜ້າເຮັດທຸກວິທີທາງ ເພື່ອກໍ່ໃຫ້ມີປະກົດການຫຍໍ້ທໍ້ໃນສັງຄົມ ແລະ ກົງຈັກລັດ ເພື່ອໃຫ້ມີບັນຫາເກີດຂື້ນຢ່າງຕໍ່ເນື່ອງ ແລະ ສັບສົນວຸ້ນວາຍ, ມີລັກສະນະຂະຫຍາຍຕົວ  ເປັນຕົ້ນແມ່ນການຕວະຍົວະ, ຫຼອກລວງ, ຍັກຍອກ, ສໍ້ໂກງ, ປຸ້ນຈີ້, ຂີ້ລັກ, ອາລະວາດຕີກັນ, ການພະນັນ, ຄ້າ-ຂາຍຢາເສບຕິດ, ຄ້າຂາຍເຖື່ອນ ແລະ ອື່ນໆ. ພວກເຂົາໄດ້ ແຊກຊືມເຂົ້າພາຍໃນ ຢູ່ບັນດາອົງການຈັດຕັ້ງ, ພະນັກງານ, ທະຫານ, ຕໍາຫຼວດ  ເຮັດໃຫ້ເກີດລະແວງສົງໃສ ແລະ ມີປະກົດການຫຍໍ້ທໍ້ພາຍໃນ, ມີຄວາມແຕກແຍກ ຍ້ອນກົນອຸບາຍດັ່ງກ່າວ ຈື່ງເຮັດໃຫ້ພະນັກງານຈຳນວນໜື່ງຂາດສະຕິລະວັງຕົວຈໍາແນກມິດ-ສັດຕູບໍ່ຈະແຈ້ງ, ຕົກເຂົ້າໃນກົນອຸບາຍຫັນປ່ຽນໂດຍສັນຕິ ຂອງພວກສັດຕູໂດຍບໍ່ຮູ້ສືກໂຕ.

ສ່ວນທິດທາງແຜນການຕໍ່ໜ້າ, ຈະສືບຕໍ່ຫັນເອົາພະນັກງານ-ນັກຮົບ ລົງກໍ່ສ້າງຮາກຖານຢູ່ບັນດາຈຸດຫຼໍ່ແຫຼມ, ສືບຕໍ່ຈັດຕັ້ງຜັນຂະຫຍາຍ 04 ຄາດໝາຍ, 04 ແຜນງານ ແລະ 41 ໂຄງການ, 122 ກິດຈະກຳທີ່ທາງຂັ້ນເທິງວາງອອກ ໂດຍສະເພາະ 09 ກິດຈະກຳທີ່ຕິດພັນກັບ    ພະແນກ 201. ຊີ້ນໍາ-ນໍາພາ ພະນັກງານ-ນັກຮົບ ລົງເຄື່ອນໄຫວວຽກງານວິຊາສະເພາະ, ຕິດພັນກັບການກໍ່ສ້າງຕາໜ່າງຮ່ວມງານ, ນໍາເອົາບັນດາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ເອກະສານທີ່ສຳຄັນຕ່າງໆ ລົງເຜີຍແຜ່ເຊື່ອມຊືມໃຫ້ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສືບຕໍ່ເຮັດວຽກງານສືບສວນ-ສອບສວນຂັ້ນພື້ນຖານ, ເກັບກໍາສະຖິຕິຂອງກຸ່ມຄົນບໍ່ດີ, ກໍາໃຫ້ໄດ້ການເຄື່ອນໄຫວຂອງສັດຕູ, ຂື້ນບັນຊີຄຸ້ມຄອງ ເພື່ອຊອກຫາວິທີຕ້ານ, ສະກັດກັ້ນ ແລະ ຊອກຫາວິທີການແກ້ໄຂໃຫ້ຖືກຕ້ອງ ໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິຜົນສູງ.

ໂອກາດດຽວກັນ ບັນດາຜູ້ແທນກອງປະຊຸມ ໄດ້ພັດປ່ຽນກັນປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ເຊີ່ງບັນຫາແລກປ່ຽນທີ່ພົ້ນເດັ່ນ ແມ່ນບັນຫາການສວຍໃຊ້ຮິດຄອງປະເພນີ ແລະ ການເຄື່ອນໄຫວດ້ານສາສະໜາ, ເຊີ່ງກຸ່ມຄົນບໍ່ດີໄດ້ເຄື່ອນທາງດ້ານສາສະໜາ, ຖືເອົາບັນຫາສາສະໜາເປັນສາກບັງໜ້າ ເພື່ອເຄື່ອນໄຫວສ້າງຄວາມບໍ່ສະຫງົບ, ໂຄສະນາຊວນເຊື່ອ ເພື່ອໃຫ້ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ ຜູ້ທີ່ຮູ້ເທົ່າບໍ່ເຖິງການ ຕົກເປັນເຄື່ອງມືຂອງກຸ່ມຄົນບໍ່ດີ,  ຍ້ອນການແກ້ໄຂບັນຫາສາສະໜາ ເປັນບັນຫາທີ່ລະອຽດອ່ອນ, ພະນັກງານວິຊາສະເພາະສັນຕິບານ ແຂວງ, ສັນຕິບານ ເມືອງ ຕ້ອງໄດ້ພ້ອມກັນ ສຸ່ມໃສ່ຕ້ານ, ສະກັດກັ້ນ ແລະ ແກ້ໄຂ  ເພື່ອບໍ່ໃຫ້ບັນຫາສາສະໜາແຜ່ລາມເປັນວົງກວ້າງ.

ເອົາໃຈ່ໃສ່ຕິດຕາມ, ກວດກາ, ຄຸ້ມຄອງ  ການນໍາໃຊ້ສື່ສັງຄົມອອນລາຍ  ທີ່ເຄື່ອນໄຫວໂຄສະນາໃສ່ຮ້າຍປ້າຍສີ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ  ເພື່ອສະຫຼຸບ, ສ່ອງແສງ, ລາຍງານ ແລະ  ຂໍທິດຊີ້ນໍາຈາກຂັ້ນເທິງໃນການຈັດຕັ້ງປະຕິບັດ ໃຫ້ມີຄວາມຖືກຕ້ອງ, ສອດຄອ່ງ, ພາວະວິໃສ ແລະ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ກໍານົດໄວ້.

ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ກໍ່ເພື່ອນໍາເອົາພຶດຕິກໍາຕົວຈິງ ນໍາໄປສ້າງເປັນທິດສະດີ ຖ່າຍທອດຄວາມຮູ້ໃຫ້ນັກສືກສາ, ໄດ້ຮຽນຮູ້ ແລະ ນໍາໃຊ້ໃຫ້ສອດຄອ່ງຖືກຕ້ອງ ຕາມຫຼັກການວິຊາສະເພາະ.

 

About admin11