ປະຊາຊົນເມືອງວຽງທອງໄດ້ຮັບລູກປາ 30 ພັນກ່ວາໂຕ

ຕອນເຊົ້າຂອງວັນທີ 5 ສິງຫາ 2021 ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ນໍາເອົາລູກປາຈຳນວນ 30 ພັນກ່ວາໂຕ ມາມອບໃຫ້ຄອບຄົວປະຊາຊົນ ເມືອງວຽງທອງ ຜູ້ລ້ຽງປາທີ່ຖືກຜົນກະທົບຈາກນໍ້າຖ້ວມໜອງປາໃນປີຜ່ານມາ.

ພິທີມອບລູກປາ ໄດ້ຈັດຂື້ນຢູ່ຫ້ອງການກະສິກຳ-ປ່າໄມ້ເມືອງວຽງທອງ, ແຂວງບໍລິຄຳໄຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ, ທ່ານ ຊາຍຄໍາ ກຸນນາວົງ ຮອງຫົວໜ້າພະແນກກະສິກໍາ-ປ່າໄມ້ແຂວງບໍລິຄໍາໄຊ, ມີຫົວໜ້າ, ຄະນະ, ພະນັກງານຫ້ອງການທີ່ກ່ຽວຂ້ອງ ແລະ ປະຊາຊົນຜູ້ທີຮັບລູກປາເຂົ້າຮ່ວມ.

ປະຊາຊົນທີໄດ້ຮັບລູກປາໃນຄັ້ງນີ້ມີຈໍານວນ 5 ບ້ານ, ມີ 25 ຄອບຄົວ, ລູກປາທີ່ນໍາມາມອບມີ ລູກປາໄນ, ລູກປາໄນຄໍາ, ລູກປານວນຈັນ ແລະ ລູກປາອິນເດຍ ຫຼື ປາກິນຫຍ້າ.

About admin11