ບໍລິຄໍາໄຊ ສ້າງຄວາມເຂັ້ມແຂງໃຫ້ SME ໃນການເຂົ້າເຖີງແຫຼ່ງທຶນ

ຊຸດຝຶກອົບຮົມການສ້າງຄວາມເຂັ້ມແຂງ ໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການວາງແຜນທຸລະກິດ, ວາງແຜນການເງິນ ແລະ ການບັນຊີເງິນສົດ ສໍາລັບລັດວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ໄດ້ຈັດຂຶ້ນ ໃນວັນທີ 9 ສິງຫາ ປີ 2021 ຢູ່ໂຮງແຮມໂຊກບຸນມາ ບ້ານອານຸສອນໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງ ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີທີມງານຄູຝືກ ຈາກບໍລິສັດທີ່ປຶກສາດ້ານການພັດທະນາ ແລະ ວິສາຫະກິດ (EDC), ນັກສໍາມະນາກອນ ຈາກບັນດາຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ພາຍໃນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ໄກສອນ ຈັນສີນາ ໄດຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການເຂົ້າເຖິງແຫຼ່ງທຶນໃນໄລຍະຜ່ານມາ ແລະ ສະພາບລວມໂດຍຫຍໍ້ການເຄື່ອນໄຫວວຽກງານ ຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນປີ 2020 ເຫັນວ່າ ໄດ້ສະໜອງທຶນ ໃຫ້ທະນາຄານປະຈຳແຂວງ ຈໍານວນ 2 ບ້ວງ ຄື: ບ້ວງ 32 ຕື້ກີບ ໃຫ້ທະນາຄານພັດທະນາລາວ ເພື່ອປ່ອຍສິນເຊື່ອໃຫ້ SME ໃນອັດຕາດອກເບ້ຍ 5,5-7% ຕໍ່ປີ ຕາມເງື່ອນໄຂຂອງ SME ແລະ ບ້ວງ 200 ຕື້ກີບ ໃຫ້ທະນາຄານລາວ-ຫວຽດ ແລະ ທະນາຄານພັດທະນາລາວ ເພື່ອປ່ອຍສິນເຊື່ອໃຫ້ SME ໃນອັດຕາດອກເບ້ຍ 3% ຕໍ່ປີ, ເຊີ່ງຫົວໜ່ວຍ SME ແຂວງບໍລິຄຳໄຊ ສາມາດເຂົ້າເຖີງເງິນທຶນທັງ 2 ບ້ວງ ໄດ້ທັງໝົດ 5,1 ຕື້ກີບ, ອະນຸມັດສີນເຊື່ອໄດ້ 6 ຫົວໜ່ວຍ, 9 ສັນຍາ.

ສຳລັບຫົວໜ່ວຍ SME ທີ່ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ແມ່ນມາຈາກ 6 ຕົວເມືອງ: ເມືອງປາກຊັນ, ບໍລິຄັນ, ທ່າພະບາດ, ປາກກະດິງ, ວຽງທອງ ແລະ ເມືອງຄຳເກີດ ລວມທັງໝົດ 24 ຫົວໜ່ວຍ.

ຊຸດຝຶກອົບຮົມຄັ້ງນີ້ ຈະດໍາເນີນໄປເປັນເວລາ 5 ວັນ ແຕ່ວັນທີ 9-13 ສິງຫາ 2021 ຈຶ່ງສໍາເລັດ ໂດຍນັກສໍາມະນາກອນ ຈະໄດ້ຮຽນຮູ້ກ່ຽວກັບຫຼາຍບົດຮຽນສໍາຄັນ ເປັນຕົ້ນແມ່ນ ການວາງແຜນທຸລະກິດ, ແຜນການຕະຫຼາດ, ການວິເຄາະຈຸດອ່ອນ-ຈຸດແຂງ ຂອງທຸລະກິດ, ແຜນດໍາເນີນງານ, ແຜນຄຸ້ມຄອງບໍລິຫານ, ການວາງແຜນການເງິນ ແລະ ອື່ນໆ ທັ້ງນີ້ກໍ່ເພື່ອສ້າງຄວາມເຂັ້ມແຂງ, ສ້າງເງືອນໄຂ ແລະ ອໍານວຍຄວາມສະດວກ ໃຫ້ບັນດາຫົວໜ່ວຍ SME ສາມາດເຂົ້າເຖີງເງິນທຶນປ່ອຍກູ້ບ້ວງເງິນດອກເບ້ຍຕໍ່າຂອງລັດຖະບານ ທີ່ໄດ້ສະໜອງໃຫ້ກັບກອງທຶນສົ່ງເສີມ SME.

About admins14