ປະກາດແຕ່ງຕັ້ງຄະນະພັກຮາກຖານ, ໜ່ວຍພັກ ແລະ ບົງຕົວແຕ່ງຕັ້ງຄະນະພັກຮາກຖານ, ໜ່ວຍພັກ ດ່ານສາກົນປາກຊັນ

ຕອນເຊົ້າວັນທີ 5 ສີງຫາ 2021 ຢູ່ທີ່ຫ້ອງປະຊຸມເບີ 02 ສະໂມສອນ ແຂວງບໍລິຄໍາໄຊ ໄດ້ຈັດພິທີປະກາດການຈັດຕັ້ງ ຄະນະພັກຮາກຖານດ່ານສາກົນປາກຊັນ ຂື້ນ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ບຸນສົງ ເພັດຈະເລີນ ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາແຂກທີ່ຖືກເຊີນຄະນະຮັບຜິດຊອບທີ່ກ່ຽວຂ້ອງ, ຫົວໜ້າ, ຄະນະ ແລະ ສະມາຊິກພັກດ່ານສາກົນປາກຊັນ ເຂົ້າຮ່ວມ.

ເພື່ອເປັນການຊີ້ນ ນຳພາຮອບດ້ານວຽກງານດ່ານສາກົນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ຄະນະປະຈຳພັກແຂວງບໍລິຄຳໄຊ ໄດ້ອອກມະຕິ ເລກທີ 346/ຄປພ.ຂບຊ, ລົງວັນທີ 8 ກໍລະກົດ 2021 ວ່າດ້ວຍການສ້າງຕັ້ງ ໜ່ວຍພັກຂຶ້ນກັບດ່ານຊາຍແດນສາກົນປາກຊັນ, ມີ 2 ຄະນະໜ່ວຍພັກ ຄື: ໜ່ວຍພັກ ຕມ ດ່ານຊາຍແດນສາກົນປາກຊັນ ແລະ ໜ່ວຍພັກ ບໍລິຫານ ດ່ານຊາຍເເດນສາກົນປາກຊັນ.

ພ້ອມນີ້ ກໍ່ໄດ້ອອກມະຕິຕົກລົງຂອງຄະນະປະຈໍາພັກແຂວງບໍລິຄໍາໄຊ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານດ່ານຊາຍເເດນສາກົນປາກຊັນ ມີຄື:  ຄະນະໜ່ວຍພັກ ຕມ ດ່ານຊາຍເເດນສາກົນປາກຊັນ ແຕ່ງຕັ້ງສະຫາຍ ພຕ ແສງຈັນ ວິໄລພອນ ເປັນເລຂາໜ່ວຍພັກ, ສະຫາຍ ພັຕ ບົວລຽງ ໂພຄໍາ ເປັນຮອງເລຂາ, ສະຫາຍ ພັຕ ເສີຍ ສຸມາ ເປັນຜູ້ກວດກາ; ຄະນະໜ່ວຍພັກດ່ານສາກົນປາກຊັນ ສະຫາຍ ທົດສະກອນ ສຸພາສິດ ເປັນເລຂາໜ່ວຍພັກ, ສະຫາຍ ໄຊຊະນະ ວົງຊົມພູ ເປັນຮອງເລຂາ, ສະຫາຍ ນາງ ວົງວິໄລ ລອດປານີ ເປັນຜູ້ກວດກາໜ່ວຍພັກ; ຄະນະໜ່ວຍພັກບໍລິຫານດ່ານຊາຍເເດນສາກົນປາກຊັນແຕ່ງຕັ້ງ ສະຫາຍ ແກ່ນຈັນ ຄໍາມະຈັກ ເປັນເລຂາໜ່ວຍພັກ, ສະຫາຍ ພູວົງ ແສງພາລາ ເປັນຮອງເລຂາ ທັງເປັນຜູ້ກວດກາ.

ມະຕິຕົກລົງ ຂອງຄະນະປະຈຳພັກແຂວງບໍລິຄຳໄຊ ເລກທີ 349/ຄປພ.ຂບຊ ລົງວັນທີ 8 ກໍລະກົດ 2021 ວ່າດ້ວຍການອະນຸມັດບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານດ່ານຊາຍເເດນສາກົນປາກຊັນ ຄື: ສະຫາຍ ພັທ ວົງວິໄລ ອິນທິສານ ເປັນເລາຂາຄະນະພັກຮາກຖານ, ສະຫາຍ ທົດສະກອນ ສຸພາສິດ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ໄຊຊະນະ ວົງຊົມພູ ເປັນປະທານກວດກາຄະນະພັກຮາກຖານ, ສະຫາຍ ພັນຕີ ແສງຈັນ ວິໄລພອນ ເປັນຮອງປະທານກວດກາຄະນະພັກຮາກຖານ ແລະ ສະຫາຍແກ່ນຈັນ ຄໍາມະຈັກ ເປັນຄະນະພັກຮາກຖານ.

ມະຕິມະຕິຕົກລົງ ຂອງຄະນະປະຈຳພັກແຂວງບໍລິຄຳໄຊ ເລກທີ 351/ຄປພ.ຂບຊ ລົງວັນທີ 8 ກໍລະກົດ 2021 ວ່າດ້ວຍການໂອນໜ່ວຍພັກ ໄປຂຶ້ນກັບຄະນະພັກຮາກຖານດ່ານຊາຍເເດນສາກົນປາກຊັນ, ມະຕິມະຕິຕົກລົງ ຂອງຄະນະປະຈຳພັກແຂວງບໍລິຄຳໄຊ ວ່າດ້ວຍການເເຍກໜ່ວຍພັກດ່ານພາສີສາກົນປາກຊັນ ແລະ ສ້າງຕັ້ງໜ່ວຍພັກກອງກວດກາພາສີປະຈໍາແຂວງ.

          ສະຫາຍ ບຸນສົງ ເພັດຈະເລີນ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາທີ່ສໍາຄັນເຊີ່ງໄດ້ຮຽກຮ້ອງໃຫ້ຄະນະພັກຮາກຖານ ຕ້ອງໄດ້ເອົາໃສ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກເປັນປົກກະຕິ, ສືບຕໍ່ປັບປຸງການຈັດຕັ້ງຂອງພັກພາຍໃນດ່ານສາກົນປາກຊັນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ປັບປຸງແບບແຜນ ວິທີການນໍາພາຄະນະພັກແຕ່ລະຂັ້ນໃຫ້ເຂົ້າສູ່ລະບົບແບບແຜນການນໍາພາລວມຂອງພັກວາງອອກ, ແບບແຜນລວມສູນປະຊາທິປະໄຕ, ສືບຕໍ່ຊີ້ນຳ-ນຳພາຂະແໜງການໃຫ້ປະຕິບັດມາດຕະການສະກັດກັ້ນ, ຄວບຄູມການແຜ່ລະບາດພະຍາດ ໂຄວິດ-19 ຕາມມາດຕະການຂອງສະເພາະກິດຢ່າງເຂັ້ມງວດ ແລະ ຮັກສາຄວາມເປັນລະບຍບຮຽບຮ້ອຍຕາມຂອບເຂດຊາຍແດນທີ່ຕົນຮັບຜິດຊອບ, ປ້ອງກັນເວນຍາມໃຫ້ເຂັ້ມງວດສະກັດກັ້ນການລັກລອບຂ້າມແບບບໍ່ຖືກຕ້ອງໃຫ້ໄດ້100%.

About admin11