ພົ້ນໂທດ ແຕ່ບໍ່ເຂັດຫລາບ ຖືກຈັບດໍາເນີນຄະດີອີກຄັ້ງ

ວັນທີ 26 ກໍລະກົດ 2021 ເຈົ້າໜ້າທີ່ ໜ່ວຍງານຄະດີອາຍາ ໄດ້ຮັບການລາຍງານຈາກພົນລະເມືອງດີ ວ່າ: ມີ ທ້າວ ເມັ່ງວ່າງ , ອາຍຸ 25ປີ, ປະຊາຊົນ ບ້ານ ສີສະຫວາດ ເມືອງບໍລິຄັນ ແຂວງບໍລິຄຳໄຊ, ກຳລັງ ມ້າງຊີ້ນສ່ວນລົດຈັກຢູ່ທີ່ເຮືອນຂອງພວກກ່ຽວ ໂດຍບໍ່ຮູ້ທີ່ມາຂອງລົດ, ເຈົ້າໜ້າທີ່ວິຊາສະເພາະ ຈື່ງລົງກວດກາສະຖານທີ່ເກີດເຫດ, ເຫັນວ່າ ມີມູນຄວາມຈິງ ຈຶ່ງກັກຕົວ ທ້າວ ເມັ່ງວ່າງ ມາທຳການສຶບສວນ-ສວນສວນຫາສາເຫດ.

ຜ່ານການສຶບສວນ-ສອບສວນຂອງເຈົ້າໜ້າທີ່ວິຊາສະເພາະ ທ້າວ ເມັ່ງວ່າງ ໄດ້ຮັບສາລະພາບຕໍ່ເຈົ້າໜ້າທີ່ ວ່າ: ໃນໄລຍະປີ 2016 ຜູ້ກ່ຽວແມ່ນໄດ້ຖືກຄະດີມາແລ້ວ 01 ຄັ້ງ ໃນຂໍ້ຫາລັກຊັບພົນລະເມືອງ ( ລັກລົດຈັກ ) ຖຶກສານຕັດສີນຕັດອິດສະຫລະພາບ ຈຳຄຸກ 03 ປີ, ຕົກມາຮອດປີ 2019 ຜູ້ກ່ຽວຈື່ງໄດ້ພົ້ນໂທດອອກມາຢູ່ນຳພໍ່-ແມ່ທີ່ບ້ານ ສີສະຫວາດ ເມືອງບໍລິຄັນ ແຂວງບໍລິຄຳໄຊ.

ວັນທີ 23 ກໍລະກົດ 2021 ເວລາປະມານ 23ໂມງ ທ້າວ ຂ ( ນາມສົມມຸດ ) ໄດ້ໂທລະສັບມາຫາທ້າວຕົນ ບອກໃຫ້ອອກໄປຫາຢູ່ໜ້າຕະຫຼາດເມືອງບໍລິຄັນ ແລະ ໄດ້ຊວນຕົນໄປຊອກລັກລົດຈັກ, ພໍມາຮອດໜ້າຫ້ອງການກະສິກຳ ປ່າໄມ້ ເມືອງ ທັງສອງໄດ້ແວ່ເຂົ້າທາງຮ່ອມກໍ້າຊ້າຍມືທາງໄປນ້ຳຊັນ, ຍ່າງໄປໄດ້ໄລຍະໜື່ງ ຈື່ງເຫັນເຮືອນຫຼັງໜື່ງຢູ່ກ້ຳຊ້າຍມືຕິດແຄມທາງ, ມີລົດຈັກ ໂຄລາວ ສີແດງ ຈອດໄວ້ໜ້າເຮືອນ, ທ້າວ ເມັ່ງວາງ ຈື່ງໄດ້ຢ່າງເຂົ້າໄປຈູງເອົາລົດຈັກຄັນດັ່ງກ່າວ ອອກມາຮອດຫົນທາງ ຈື່ງໄດ້ຕິດຈັກລົດແລ້ວ ຂີ່ຊ້ອນກັນອອກມາຈອດຢູ່ໜ້າຕະຫຼາດ.

ທ້າວ ຂ ໄດ້ຖາມ ຕົນວ່າ: ມີຄົນຊື້ລົດຈັກບໍ່, ຕົນໄດ້ຕອບວ່າ ບໍ່ມີ, ຈາກນັ້ນ ທ້າວ ຂ ຈື່ງບອກໃຫ້ ຕົນເກັບຮັກສາລົດຄັນດັ່ງກ່າວໄວ້, ຖ້າມີຄົນຊື້ແມ່ນໃຫ້ຂາຍ ແລ້ວ ເອົາເງີນມາແບ່ງປັນກັນຕາມລາຄາຕົວຈີງ, ຖ້າບໍ່ມີຄົນຊື້ແມ່ນໃຫ້ຕົນນຳໃຊ້ເລີຍ, ຈາກນັ້ນ ຕົນຈື່ງໄດ້ຂີ່ລົດຈັກກັບມາເຮືອນ, ສ່ວນທ້າວ ຂ ແມ່ນລົງຕໍ່ໜ້າຕະຫຼາດ ແລ້ວບໍ່ຮູ້ວ່າຜູ້ກ່ຽວໄປໃສຕໍ່.

ຮອດວັນທີ 25 ກໍລະກົດ 2021 ຜູ້ກ່ຽວຈື່ງໄດ້ນຳເອົາລົດຈັກຄັນດັ່ງກ່າວອອກມາຈາກບ່ອນທີ່ຊຸກເຊື່ອງໄວ້ ແລ້ວນຳມາມ້າງຊີ້ນສ່ວນ ແລະ ເອົາເຫຼັກສຳໃບມາຖູເລກຈັກ, ເລກຖັງ ເພື່ອບໍ່ໃຫ້ເຈົ້າຂອງຊັບເດີມຈື່ໄດ້, ຕົກມາຮອດວັນທີ 26 ກໍລະກົດ 2021 ຈື່ງຖຶກເຈົ້າໜ້າທີ່ ປກສ ເມືອງບໍລິຄັນກັກຕົວມາ ສືບສວນ-ສອບສວນ.

ຜ່ານການສຶບສວນ-ສອບສວນຂອງເຈົ້າໜ້າທີ່ວິຊາສະເພາະ: ຈື່ງຮູ້ໄດ້ວ່າ ລົດຈັກຄັນດັ່ງກ່າວ ເປັນລົດຂອງທ້າວ ຄຳສອນ ບ້ານ ສີສະຫວາດ ເມືອງບໍລິຄັນ ແຂວງບໍລິຄຳໄຊ, ຕໍ່ກັບການກະທຳຂອງ ທ້າວ ເມັ່ງວ່າງ ແມ່ນມີເຈດຕະນາ ລັກຊັບພົນລະເມືອງຢ່າງແທ້ຈິງ, ການກະທຳດັ່ງກ່າວແມ່ນຜິດຕໍ່ກົດໝາຍອາຍາ ມາດຕາ 231, ວັກ 03 ຂອງປະມວນກົດໝາຍອາຍາ, ສະບັບປັບປຸງ 2017 ແຫ່ງ ສປປ ລາວ, ຕໍ່ກັບຜູ້ຮ່ວມຂະບວນການ ທີ່ກຳລັງເອົາຕົວຫຼົບໜີ ເຈົ້າໜ້າທີ່ວິຊາສະເພາະກຳລັງຕິດຕາມພວກກ່ຽວມາທຳການສຶບສວນສອບສວນ.

ຜ່ານການກວດກາຄວາມຖືກຕ້ອງແລ້ວ ວັນທີ່ 16 ສິງຫາ 2021 ເຈົ້າໜ້າທີ່ວິຊາສະເພາະຈື່ງໄດ້ມອບລົດຈັກ ໂຄລາວ ສີແດງ ເລກ ຈັກ sp85827, ເລກ ຖັງ ysp85827, ບໍ່ມີປ້າຍ ທີ່ຖືກຄົນຮ້າຍລັກໄປ ມາມອບຄືນໃຫ້ເຈົ້າຂອງເດີມ, ກ່າວມອບໂດຍ ຮ້ອຍຕີ ຄຳພຸກ ໄຊຍະວົງ, ກ່າວຮັບ ໂດຍ ທ້າວ ຄຳສອນ ປະຊາຊົນບ້ານ ສີສະຫວາດ ເມືອງບໍລິຄັນ ແຂວງບໍລິຄຳໄຊ.

About admin11