ປະຊາຊົນບ້ານນາເດື່ອ ເກັບກູ້ເຂົ້ານາປີສຳເລັດແລ້ວ 50%

       ບ້ານນາເດື່ອ ເປັນບ້ານໜຶ່ງ ທີ່ຂຶ້ນກັບເມືອງຄຳເກີດ ແຂວງບໍລິຄຳໄຊ ປະຊາຊົນພາຍໃນບ້ານແມ່ນຢຶດຖືອາຊີບປູກຝັງ-ລ້ຽງສັດເປັນອາຊີບຕົ້ນຕໍ ໂດຍມີເນື້ອທີ່ນາປີທັງໜົດ 80 ເຮັກຕ່າ, ຕາມການລາຍງານຂອງທ່ານ ໄມຕາ ພົມມະຈັນ ຮອງນາຍບ້ານໆນາເດື່ອ ໃນຄັ້ງວັນທີ່ 14 ຕຸລາ 2020 ໃຫ້ຮູ້ວ່າ: ບ້ານນາເດື່ອ ປະກອບມີ 149 ຫຼັງຄາເຮືອນ 155 ຄອບຄົວ, ມີພົນລະເມືອງທັງໜົດ 818 ຄົນ, ຍິງ 390 ຄົນ.

           ປະຈຸບັນປະຊາຊົນພາຍໃນບ້ານ ແມ່ນກຳລັງຂຸ້ນຂ້ຽວເກັບກູ້ເຂົ້ານາປີຢ່າງເປັນຂະບວນການຟົດຟື້ນ ໂດຍເລີ່ມລົງມືເກັບກ່ຽວມາແຕ່ຕົ້ນເດືອນຕຸລາ ຮອດປະຈຸບັນ ສາມາດເກັບກູ້ເຂົ້ານາປີສຳເລັດແລ້ວ 50% ສະມັດຕະພາບສະເລ່ຍ 3 ໂຕ່ນຕໍ່ເຮັກຕ່າ, ສາເຫດທີ່ເຮັດໃຫ້ສະມັດຕະພາບເຂົ້ານາປີຕໍ່າກ່ວາປີຜ່ານມາ ຍ້ອນວ່າລະດູແລ້ງແກ່ຍາວຮອດເດືອນກໍລະກົດ ເຮັດໃຫ້ປະຊາຊົນບໍ່ມີນໍ້າຕົກກ້າ ເຮັດໃຫ້ການປັກດຳຫຼ້າຊ້າບໍ່ທັນຕາມລະດູການ.

      ທ່ານ ໄມຕາ ພົມມະຈັນ ໃຫ້ຮູ້ຕື່ມວ່າ ພາຍຫຼັງທີ່ປະຊາຊົນເກັບກູ້ເຂົ້ານາປີສຳເລັດແລ້ວ ກໍ່ຈະພາກັນເລັ່ງມືເພື່ອກະກຽມເຮັດນາແຊງ ແລະ ປູກພຶດລະດູແລ້ງທົດແທນຈຳນວນ 20 ເຮັກຕ່າ, ພ້ອມນັ້ນ ປະຊາຊົນຍັງຈະໄດ້ກະກຽມເກັບກູ້ມັນຕົ້ນ ໃນເນື້ອທີ່ສວນປູກຈຳນວນ 30 ເຮັກຕ່າ, ນອກຈາກການປູກຝັງແລ້ວ ປະຊາຊົນບ້ານນາເດື່ອຍັງໄດ້ລ້ຽງສັດອີກຈຳນວນໝຶ່ງ, ສັດທີ່ລ້ຽງປະກອບ ມີ:  ງົວ 81 ໂຕ, ແບ້ 135 ໂຕ, ຄວາຍ 16 ໂຕ, ໜູ 165 ໂຕ ແລະ ສັດປີກອີກຈຳນວນ 1.000 ກວ່າໂຕ.

About admin11