ອົງການປົກຄອງແຂວງບໍລິຄໍາໄຊ ມອບເຄື່ອງຊຸກຍູ້ວຽກງານກໍ່ສ້າງຮາກຖານ ມູນຄ່າ 20 ລ້ານກ່ວາກີບ


ໃນຕອນບ່າຍວັນທີ 13 ຕຸລາ 2020 ແຂວງ ບໍລິຄໍາໄຊ ໄດ້ນໍາເອົາຄອມພິວເຕີ່ ຈໍານວນ 03 ຊຸດ, ລວມມູນຄ່າ 20,550,000 ກີບ ມາມອບໃຫ້ກອງບັນຊາການ ປກສ ແຂວງ ເພື່ອນໍາໃຊ້ເຂົ້າໃນວຽກງານກໍ່ສ້າງຮາກຖານການເມືອງຈຸດສຸມໃຈກາງຂອງແຂວງ ຕາງໜ້າກ່າວມອບໂດຍ ທ່ານ ສາຍຄໍາ ວົງຄໍາທອງ ຮອງຫົວໜ້າຫ້ອງວ່າການແຂວງ, ຕາງໜ້າກ່າວຮັບໂດຍທ່ານ ພັທ ຜາຂົງ ດອກມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ, ມີພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.


ທ່ານ ສາຍຄໍາ ວົງຄໍາທອງ ໄດ້ກ່າວວ່າ: ການມອບຄອມພິວເຕີ່ຈໍານວນ 03 ຊຸດ ໃຫ້ແກ່ກອງບັນຊາການ ປກສ ແຂວງ ຄຸ້ມຄອງ ແລະ ນໍາໃຊ້ເຂົ້າໃນວຽກງານກໍ່ສ້າງຮາກຖານການເມືອງຈຸດສຸມໃຈກາງຂອງແຂວງ ແມ່ນເພື່ອນໍາໃຊ້ເຂົ້າໃນວຽກງານຫ້ອງການ, ສ້າງບັນດາເອກະສານ, ເກັບກໍາຂໍ້ມູນ ແລະ ສະພາບການຕ່າງໆ ເພື່ອອໍານວຍຄວາມສະດວກໃຫ້ແກ່ວຽກງານກໍ່ສ້າງຮາກຖານ ໄດ້ຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຢ່າງມີວິທະຍາສາດ, ມີປະສິດທິພາບສູງ ເຮັດໃຫ້ແຂວງບໍລິຄໍາໄຊ ມີຄວາມສະຫງົບໂດຍພື້ນຖານ.

About admin11