ຄວາມຄືບໜ້າໂຄງການຄຸ້ມຄອງລະບົບນິເວດ ແລະ ສັດປ່າ ແບບປະສົມປະສານ ໄລຍະ 3

 

ກອງປະຊຸມປຶກສາຫາລື ຂອງໂຄງການຄຸ້ມຄອງລະບົບນິເວດວິທະຍາ ແລະ ສັດປ່າ ແບບປະສົມປະສານ ໄລຍະ IV ( 2021-2025 ) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 15 ຕຸລາ 2020 ຢູ່ຫ້ອງປະຊຸມຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີບັນດາຮອງເຈົ້າເມືອງພາຍໃນແຂວງ, ພະນັກງານໂຄງການ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ພື້ນທີ່ດິນປ່າໄມ້ທີ່ຍັງອຸດົມສົມບູນພາຍໃນແຂວງບໍລິຄຳໄຊ ແມ່ນມີທີ່ຕັ້ງສ່ວນໃຫຍ່ຢູ່ໃນເຂດປ່າສະຫງວນ ແລະ ປ່າປ້ອງກັນ ໂດຍສະເພາະເຂດພື້ນທີ່ດິນປ່າໄມ້ ເບື້ອງສາຍພູຫຼວງ ແມ່ນມີຄວາມສຳຄັນທາງດ້ານຊີວະນາໆພັນໃນລະດັບໂລກ ເປັນເຂດສະໜອງຖິ່ນອາໄສລັກສະນະສະເພາະໃຫ້ແກ່ຊະນິດພັນສັດປ່າຕ່າງໆ ເຊັ່ນ: ຊ້າງອາຊີ, ທະນີ ແລະ ສັດປ່າສະເພາະຖິ່ນ ເປັນຕົ້ນແມ່ນ ເສົາຫຼາ ແລະ ກະຕ່າຍລາຍເສືອ, ນັບແຕ່ປີ 2005 ຈົນເຖິງປະຈຸບັນ ອົງການອະນຸລັກສັດປ່າ ປະຈຳ ສປປ ລາວ ໄດ້ຮ່ວມມືກັບ ລັດຖະບານແຫ່ງ ສປປ ລາວ ແລະ ຊຸມຊົນທ້ອງຖິ່ນ ເພື່ອອະນຸລັກລະບົບນິເວດ ແລະ ຊີວະນາໆພັນ ທີ່ມີຢູ່ໃນພື້ນທີ່ດິນປ່າໄມ້ທີ່ສຳຄັນຂອງແຂວງບໍລິຄຳໄຊ ໂດຍຜ່ານໂຄງການທີ່ມີຊື່ວ່າ ໂຄງການຄຸ້ມຄອງລະບົບນິເວດ ແລະ ສັດປ່າ ແບບປະສົມປະສານ IEWMP ແຂວງບໍລິຄຳໄຊ ຊຶ່ງໂຄງການນີ້ແມ່ນໄດ້ສຳເລັດການຈັດຕັ້ງປະຕິບັດມາແລ້ວ 3 ໄລຍະ.

ສະເພາະໄລຍະ 3 ແຕ່ 2016-2020 ແມ່ນສຳຫຼວດຄືນ, ກຳນົດຂອບເຂດ ແລະ ປັກຫຼັກໝາຍເຂດອະນຸລັກພູສີທົນ ສຳເລັດ 100%, ສຳເລັດການພັດທະນາແຜນການຫຼຸດຜ່ອນຜົນກະທົບ ແລະ ແຜນການຊົດເຊີຍຊີວະນາໆພັນໃຫ້ແກ່ບໍລິສັດນ້ຳເທີນ 1 ຕາມຫຼັກການສາກົນ, ດຳເນີນການປະເມີນສະພາບການນຳໃຊ້ທີ່ດິນ-ປ່າໄມ້ ເຂດປ່າສະຫງວນແຫ່ງຊາດນ້ຳກະດິງ ຄາດໝາຍ 13 ບ້ານ ສໍາເລັດແລ້ວ 11 ບ້ານ, ສ້າງສັນຍາອະນຸລັກຮ່ວມກັບຊຸມຊົນ ເພື່ອປົກປັກຮັກສາເຂດອະນຸລັກເປົ້າໝາຍ ແລະ ສົ່ງເສີມປັບປຸງຊີວິດການເປັນຢູ່ຂອງປະຊາຊົນເຂດອະນຸລັກພູສີທົນໄດ້ 11 ບ້ານ, ສຶກສາ-ວາງແຜນໃຫ້ແກ່ບ້ານສົບຂ້ອນ, ໂພນງາມ, ໂພນສີ, ນາພົງ ແລະ ບ້ານແກ້ງບິດ ທີ່ເປັນບ້ານເປົ້າໝາຍໃນການພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ. ນອກນັ້ນ ຍັງໄດ້ຈັດຝຶກອົບຮົມໃຫ້ແກ່ບ້ານເປົ້າໝາຍ ໃນການປົກປັກຮັກສາຊັບພະຍາກອນປ່າໄມ້, ການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ.

ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຄົ້ນຄວ້າ ແລະ ປຶກສາຫາລື ກ່ຽວກັບເນື້ອໃນບົດບັນທຶກຄວາມເຂົ້າໃຈ ໂຄງການຄຸ້ມຄອງລະບົບນິເວດ ແລະ ສັດປ່າ ແບບປະສົມປະສານ ໄລຍະ IV ( 2021-2025 ) ເພື່ອສົ່ງເສີມການມີສ່ວນຮ່ວມເຂົ້າໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ການຄຸ້ມຄອງນຳໃຊ້ຊັບພະຍາກອນປ່າໄມ້ແບບຍືນຍົງ.

About admins16