ປະຊາຊົນບ້ານນານ້ຳ ປະກອບສ່ວນເຂົ້າໃນວຽກງານສະເພາະກິດ ຕ້ານພະຍາດ ໂຄວິດ-19

ວັນທີ 19 ສິງຫາ 2021 ການຈັດຕັ້ງບ້ານນານ້ຳ ໄດ້ນຳເອົາ ເຄື່ອງບໍລິໂພກ ແລະ ເຄື່ອງບ່ອນນອນ ເປັນຕົ້ນແມ່ນ: ເຂົ້້າສານ 260 ກິໂລ, ໝີ່ສຳເລັດຮູບ 22 ແກັດນ້ອຍ, ປາກະປ໋ອງ 5 ແພັກ, ໝາກເຜັດແຫ້ງ 2 ກິໂລ, ນ້ຳດື່ມ 9 ແພັກ, ໝອນ 50 ໜ່ວຍ, ຜ້າຫົ່ມ 10 ຜືນ, ສາດ 6 ຜືນ ແລະ ຍັງມີອຸປະກອບປ້ອງກັນພະຍາດໂຄວິດ-19 ອີກຈຳນວນໜຶ່ງ ທີ່ໄດ້ມາຈາກນ້ຳໃຈຂອງປະຊາຊົນ ແລະ ວັດ ບ້ານນານ້ຳ, ມາມອບໃຫ້ຄະນະສະເພາະກິດ ເມືອງປາກກະດິງ ເປັນການປະກອບສ່ວນເຂົ້າໃນວຽກງານ ຕ້ານ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19.

ເຊີ່ງໄດ້ມີການ ມອບ-ຮັບ ຢູ່ທີ່ສູນປະຈຳການຂອງກອງເລຂາຄະນະສະເພາະກິດ ຕ້ານ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງ. ເປັນກຽດມອບໂດຍທ່ານ ຊາດ ແກ້ວນ້ຳນາຍບ້ານນານ້ຳ, ເປັນກຽດຮັບໂດຍ ທ່ານ ທອງແດງ ຍັນວິໄລ ຮອງເລຂາພັກເມືອງປາກກະດິງ ຕາງໜ້າຄະນະສະເພາະກິດຂັ້ນເມືອງ ໂດຍຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ.

ແລະ ໃນເວລາຕໍ່ມາ, ຢູ່ຫ້ອງວ່າການປົກຄອງເມືອງປາກກະດິງ ຄອບຄົວຂອງທ່ານ ດອນ ແກ້ວເກີດດີ ບ້ານນານ້ຳ ກໍ່ໄດ້ມີນ້ຳໃຈ ນຳເອົາ ເຂົ້າສານ 300 ກິໂລ, ນ້ຳດື່ມ 200 ແພັກ ແລະ ຜ້າອັດປາກ-ອັດດັງ 3 ກັບ ມາມອບໃຫ້ຄະນະສະເພາະກິດເມືອງປາກກະດິງ ເປັນການປະກອບສ່ວນເຂົ້າໃນວຽກງານ ຕ້ານ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19.

About admin11