ມວນຊົນເມືອງປາກກະດິງ ໄດ້ຮັບວັກຊີນຄົບຕາມກຳນົດແລ້ວ 7.159 ຄົນ

ທ່ານ ເພັດສົມພອນ ປະທຸມມະວັນ ຮອງຫົວໜ້າຫ້ອງການ ສາທາລະນະສຸກ ເມືອງປາກກະດິງ ແຂວງບໍລິຄຳໄຊ ຜູ້ຊີ້ນຳຂະບວນການສັກວັກຊີນ ເພື່ອສ້າງພູມຄຸ້ມກັນຕໍ່ການຕິດເຊື້ອພະຍາດໂຄວິດ-19 ໄດ້ໃຫ້ສຳພາດໃນຕອນບ່າຍ ວັນທີ 19 ສິງຫາ 2021 ນີ້ວ່າ: ຂະບວນການສັກວັກຊີນ ເພື່ອສ້າງພູມຄຸ້ມກັນຕໍ່ການຕິດເຊື້ອພະຍາດໂຄວິດ-19 ຢູ່ເມືອງປາກກະດິງ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ ເດືອນ ມີນາ 2021. ມີວັກຊີນ 3 ຊະນິດ ຄື: ແອັດຕ່າເຊນີກ່າ, ຊີໂນຟາມ ແລະ ຈອນສັນ ແອນ ຈອນສັນ.

ເຊີ່ງຕາມຕົວເລກຂອງກຸ່ມເປົ້າໝາຍທົ່ວເມືອງທີ່ຈະໄດ້ຮັບວັກຊີນ ອາຍຸ 18 ປີຂື້ນໄປ ມີຈຳນວນ 36.915 ຄົນ, ຕາມແຜນຮອດທ້າຍປີ 2021 ນີ້ ຕ້ອງສັກວັກຊີນໃຫ້ໄດ້ 50%. ມາຮອດປະຈຸບັນ ສາມາດສັກວັກຊີນ ແອັດຕ່າເຊນີກ່າ ຄົບ 2 ເຂັມ 1.226 ຄົນ, ສັກວັກຊີນ ຊີໂນຟາມ ຄົບ 2 ເຂັມ 3.740 ຄົນ ແລະ ສັກວັກຊີນ ຈອນສັນ ແອນ ຈອນສັນ 2.193 ຄົນ. ລວມທັງໝົດມວນຊົນເມືອງປາກກະດິງໄດ້ຮັບວັກຊີນຄົບຕາມກຳນົດແລ້ວ ຈຳນວນ 7.159 ຄົນ, ເທົ່າກັບ 38,7% ຂອງແຜນປີ 2021.

ປະຈຸບັນ ຂະບວນການສັກວັກຊີນ ເພື່ອສ້າງພູມຄຸ້ມກັນຕໍ່ການຕິດເຊື້ອພະຍາດໂຄວິດ-19 ຢູ່ເມືອງປາກກະດິງ ໄດ້ຈັດຕັ້ງປະຕິບັດ ຢູ່ຫ້ອງການສາທາລະນະສຸກຂອງເມືອງ, ໂດຍກຳນົດ ເອົາອາທິດໜຶ່ງ 3 ວັນ ຄື: ວັນອັງຄານ, ວັນພຸດ ແລະ ວັນພະຫັດ ໂດຍກຳນົດເອົາເປັນບ້ານ ເພື່ອຄວາມສະດວກ ແລະ ຫຼຸດຜ່ອນຄວາມແອອັດຂອງມວນຊົນ.

ໃນວັນທີ 19 ສິງຫາ 2021 ກໍ່ໄດ້ຈັດຕັ້ງປະຕິບັດສັກວັກຊີນໃຫ້ກັບປະຊາຊົນບ້ານວຽງຄຳ. ໂດຍລວມແລ້ວເຫັນໄດ້ວ່າ ພໍ່ແມ່ປະຊາຊົນ ມີຄວາມຕື່ນຕົວພາກັນມາຮັບວັກຊີນ ເປັນການສະມັກຄີກັນຕໍ່ສູ້ກັບ ພະຍາດ ໂຄວິດ-19 ແບບລວມໝູ່.

ຄຽງຄູ່ກັນນີ້, ຄະນະກຳມະການປະຊາສຳພັນກໍ່ຍັງໄດ້ແນະນຳໃຫ້ທຸກຄົນທີ່ມາຮັບວັກຊີນ ຕ້ອງພະຍາຍາມຮັກສາໄລຍະຫ່າງ ແລະ ໃສ່ຜ້າອັດປາກ-ດັງ ເພື່ອປ້ອງກັນຕົນເອງ ແລະ ຜູ້ອື່ນໃຫ້ມີຄວາມປອດໄພ.

About admin11