ໄຊຈຳພອນ ຈັດປະຊຸມຄົບຄະນະກຳມະການ ວຽກງານຄຸ້ມຄອງໄພພິບັດ

ໃນຕອນເຊົ້າຂອງວັນທີ 20 ສິງຫາ 2021 ຢູ່ທີ່ສະໂມສອນຫ້ອງວ່າການເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມຄົບຄະນະກຳມະການ ວຽກງານຄຸ້ມຄອງໄພພິບັດ ຂັ້ນເມືອງຂື້ນ ໂດຍການເປັນປະທານ ຂອງທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈຳພອນ, ມີຄະນະປະຈຳພັກເມືອງ, ສສຂ, ກຳມະການພັກເມືອງ, ສອງກຳລັງ ປກຊ-ປກສ, ຫົວໜ້າຫ້ອງການ ພ້ອມດ້ວຍຄະນະຄຸ້ມຄອງໄພພິບັດ ແລະ ກອງເລຂາເລຂາຊ່ວຍວຽກ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ມີການຜ່ານບົດສະຫຼຸບ ແລະ ທິດທາງແຜນການວຽກງານຄຸ້ມຄອງໄພພິບັດ ໄລຍະ 5 ປີ ທີ່ຜ່ານມາ ວ່າ: ຢູ່ເມືອງໄຊຈໍາພອນ ໄດ້ມີເຫດການໄພພິບັດຕ່າງໆ ເກີດຂື້ນ ແລະ ເສຍຫາຍເປັນຕົ້ນແມ່ນ ນ້ຳຖ້ວມ, ອັກຄີໄພ, ລົມພາຍຸ, ໄພແຫ້ງແລ້ງ ເຊີ່ງສົ່ງຜົນກະທົບໂດຍກົງຕໍ່ກັບການດຳລົງຊີວິດຂອງພໍ່ແມ່ປະຊາຊົນ ຄິດເປັນມູນຄ່າຄວາມເສຍຫາຍ 14,719,050,000 ກີບ.

ຈຳນວນເຫດການໄພພິບັດທີ່ເກີດຂື້ນ ໄລຍະ ປີ2016-2020 ສະຖິຕິການເກີດເຫດການໄພພິບັດນ້ຳຖ້ວມ 5 ຄັ້ງ, ອັກຄີໄຟ 7 ຄັ້ງ, ໄພແຫ້ງແລ້ງ 5 ຄັ້ງ ເຊິ່ງໄດ້ມີຜົນກະທົບຕໍ່ຊີວິດຊັບສິນຂອງປະຊາຊົນ,  ພື້ນຖານໂຄງລ່າງ ໄດ້ຮັບຄວາມເສຍຫາຍພໍສົມຄວນ ໂດຍສະເພາະປະຊາຊົນ 17 ບ້ານ, ມີ 1,834 ຄອບຄົວ, ຈໍານວນພົນ 11,022 ຄົນ ໄດ້ຮັບຜົນກະທົບ ເຮັດໃຫ້ການດໍາລົງຊີວິດພົບຄວາມຫຍຸ້ງຍາກ.

ພ້ອມນັ້ນ ຜູ້ແທນກອງປະຊຸມກໍ່ໄດ້ປະກອບຄຳຄິດຄຳເຫັນ ໃນການແຜນກຽມພ້ອມຕອບໂຕ້ໄພພິບັດທີ່ຈະເກີດຂື້ນ ເພື່ອແກ້ໄຂຜົນກະທົບ ແລະ ຄວາມເສຍຫາຍຕ່າງໆ ທັງໄລຍະສຸກເສີນ ແລະ ຟື້ນຟູຫຼັງໄພພິບັດໃຫ້ວ່ອງໄວ ເປັນຕົ້ນແມ່ນການເກັບຂໍ້ມູນຜົນເສຍຫາຍ ເພື່ອລາຍງານໃຫ້ຂັ້ນເທິງທ່ວງທັນກັບເວລາ.

ຕອນທ້າຍກອງປະຊຸມ ທ່ານປະທານ ໄດ້ໂອ້ລົມ, ເນັ້ນໜັກໃຫ້ຄະນະຮັບຜິດຊອບແຕ່ລະຂັ້ນ, ແຕ່ລະພາກສ່ວນ ຕ້ອງໄດ້ເປັນເຈົ້າການ ນຳເອົາເອກະສານ ນິຕິກຳຂອງວຽກງານໄພພິບັດ ລົງເຜີຍແຜ່ຢູ່ໃນຂອບເຂດຄວາມຮັບຜິດຊອບ ເຮັດໃຫ້ພະນັກງານ, ປະຊາຊົນຮັບຮູ້ເຂົ້າໃຈຕໍ່ວຽກງານໄພພິບັດ ໃນໄລຍະ 5 ປີຕໍ່ໜ້າ 2021-2025 ໃຫ້ມີປະສິດຕິຜົນສູງ ແລະ ມີຜົນສຳເລັດຕາມລະດັບຄາດໝາຍ.

 

About admin11