ປະຊາຊົນຈໍານວນໜຶ່ງ ຢູ່ແຂວງບໍລິຄຳໄຊ ຍັງບໍ່ທັນເຂົ້າໃຈເຖິງຄວາມສໍາຄັນ ແລະ ຜົນດີຂອງການສັກວັກຊີນປ້ອງກັນພະຍາດໂຄວິດ – 19

ປະຈຸບັນ ການບໍລິການສັກວັກຊີນປ້ອງກັນພະຍາດໂຄວິດ-19 ຂອງພໍ່ແມ່ປະຊາຊົນຈໍານວນໜຶ່ງ ຢູ່ບາງເຂດຂອງແຂວງ ບໍລິຄຳໄຊ ຍັງບໍ່ທັນເຂົ້າໃຈເຖິງຄວາມສໍາຄັນ ແລະ ຜົນດີຂອງການສັກວັກຊີນ, ຈຶ່ງພາໃຫ້ຕົວເລກການສັກວັກຊີນປ້ອງກັນເຊື້ອພະຍາດໂຄວິດ-19 ຢູ່ແຂວງດັ່ງກ່າວ ຕໍ່າກວ່າໝູ່ ໂດຍສະເພາະ ແມ່ນໃນກຸ່ມອາຍຸ 6 – 11 ປີ, ເນື່ອງຈາກວ່າ ການລົງເກັບກໍາຕົວເລກເປົ້າໝາຍຜູ້ບໍ່ທັນສັກວັກຊີນໃນກຸ່ມອາຍຸດັ່ງກ່າວ ຍັງບໍ່ທັນຊັດເຈນຄົບຖ້ວນ ແລະ ພົບຂໍ້ຫຍຸ້ງຍາກ.

ອີງຕາມການລາຍງານຂອງທ່ານ ດຣ ແສງອຸດສາ ພົນສະຫວັດດີ ຮອງຫົວໜ້າຂະແໜງອະນາໄມສົ່ງເສີມສຸຂະພາບ ພະແນກສາທາລະນະສຸກ ແຂວງບໍລິຄໍາໄຊ ຄັ້ງວັນທີ 28 ກໍລະກົດ 2022 ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານສັກວັກຊີນປ້ອງກັນພະຍາດໂຄວິດ 19 ຢູ່ພາຍໃນແຂວງ ມີທັງຫມົດ 7 ເມືອງຄື: ເມືອງ ປາກຊັນ, ທ່າພະບາດ, ປາກກະດິງ, ບໍລິຄັນ, ຄໍາເກີດ, ວຽງທອງ ແລະ ເມືອງ ໄຊຈໍາພອນ.

ສະເພາະ ອັດຕາການສັກວັກຊີນປ້ອງກັນພະຍາດໂຄວິດ 19 ຢູ່ແຕ່ລະເມືອງ ໃນກຸ່ມອາຍຸ 6 ປີຂຶ້ນໄປ ເຂັມທີ 1 ທຽບໃສ່ເປົ້າຫມາຍປະຕິບັດໄດ້ທັງຫມົດ 86,35 %, ເຂັມທີ 2 ໄດ້ 78,99 % ແລະ ເຂັມທີ 3 ໄດ້ 25,17 %, ໃນກຸ່ມອາຍຸ 12 – 18 ປີ ເຂັມທີ 1 ປະຕິບັດໄດ້ 85,13 %, ເຂັມ 2 ໄດ້ 73,49 % ແລະ ເຂັມ 3 ປະຕິບັດໄດ້ 17,25%. ສ່ວນອາຍຸ 6 – 11ປີ ເຂັມ 1 ໄດ້ 78,40 %, ເຂັມ 2 ໄດ້ 61,75 % ແລະ ເຂັມ 3 ໄດ້ 1,25 %, ເຊິ່ງໃນຈໍານວນກຸ່ມເປົ້າໝາຍດັ່ງກ່າວ ຕົວເລກການສັກວັກຊີນຕໍ່າກວ່າໝູ່ ແມ່ນກຸ່ມອາຍຸ 6 – 11 ປີ.

ໃນນີ້, ຍັງມີປະຊາຊົນຈໍານວນຫນື່ງ ທີ່ສັກວັກຊີນເຂັມທີ 1 ແລ້ວ ບໍ່ສືບຕໍ່ມາສັກເຂັມທີ 2 ລວມເຖິງເຂັມກະຕຸ້ນ ເປັນຈໍານວນຫຼາຍ, ຂະນະທີ່ການລົງເກັບກໍາຕົວເລກເປົ້າໝາຍຜູ້ບໍ່ທັນສັກວັກຊີນໃນກຸ່ມອາຍຸດັ່ງກ່າວ ຍັງບໍ່ທັນຊັດເຈນຄົບຖ້ວນ ແລະ ພົບຄວາມຫຍຸ້ງຍາກ, ສາເຫດ ເພາະປະຊາຊົນຈໍານວນໜຶ່ງຍັງບໍ່ທັນເຂົ້າໃຈເຖິງຄວາມສໍາຄັນ ແລະ ຜົນດີຂອງການສັກວັກຊີນ, ເພາະວ່າຖ້າພວກເຮົາສັກວັກຊີນຄົບໂດສແລ້ວ ແມ່ນສາມາດສ້າງພູມຄຸ້ມກັນ ຈາກການຕິດເຊື້ອພະຍາດໂຄວິດ 19, ແຕ່ຖ້າກໍລະນີຕິດເຊື້ອກໍ່ບໍ່ເຖິງຂັ້ນຮຸນແຮງ ແລະ ບໍ່ເສຍຊີວິດ ສາມາດປິ່ນປົວຫາຍດີໄດ້.

About admins14