ຫລາຍກິດຈະກຳ ໂຄງການຍົກສູງຄຸນນະພາບການສຶກສາ ຢູ່ແຂວງບໍລິຄຳໄຊ ປະຕິບັດລື່ນແຜນການ

ກອງປະຊຸມ ສະຫຼຸບຖອດຖອນບົດຮຽນ ວຽກງານກໍ່ສ້າງຮາກຖານຕາມສາຍຕັ້ງ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຂຶ້ນໃນວັນທີ 1 ສິງຫາ 2022 ຢູ່ຫ້ອງປະຊຸມ ມສ ສີທ່ານາໄຊ ເປັນປະທານໂດຍ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ ແລະ ທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຕາງໜ້າຈາກກະຊວງ, ພະແນກການ, ພະນັກງານກໍ່ສ້າງຮາກຖານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການຍົກສູງຄຸນນະພາບການສຶກສາ ແລະ ກິລາ ຂອງກະຊວງ ສສກ ມີທັງໝົດ 40 ເມືອງເປົ້າໝາຍ ເຊີ່ງແຂວງບໍລິຄຳໄຊ ແມ່ນຢູ່ເມືອງໄຊຈຳພອນ, ແຜນການເຄື່ອນໄຫວກິດຈະກຳ ໃນປີ 2021 ມີທັງໝົດ 11 ໜ້າວຽກໃຫຍ່, 24 ກິດຈະກຳ, ໄດ້ຈັດຕັ້ງປະຕິບັດ 17 ກິດຈະກຳ , ໂດຍໄດ້ສຸມໃສ່ຫຼາຍວຽກງານ ເປັນຕົ້ນແມ່ນເຜີຍແຜ່ບັນດານິຕິກຳ ແລະ ເອກະສານທີ່ກ່ຽວຂ້ອງ ຢ່າງທົ່ວເຖິງ, ເກັບກຳສະຖິຕິ, ຂໍ້ມູນ ແລະ ວາງແຜນຢ່າງລະອຽດ, ພ້ອມນັ້ນ ຍັງໄດ້ສະຫຼຸບຖອດຖອນບົດຮຽນຢ່າງເປັນປະຈຳ, ລົງຊ່ວຍໂຮງຮຽນ ເພື່ອບໍາລຸງນັກຮຽນອ່ອນ ແລະ ເພື່ອປະຕິບັດຂໍ້ແຂ່ງຂັນຮັກຊາດ – ພັດທະນາ 3 ຂໍ້ແຂ້ງຂັນຂະແໜງສຶກສາ, ລົງມອບອຸປະກອນການຮຽນ – ການສອນ ໃຫ້ນັກຮຽນທີ່ຂາດເຂີນ 17 ໂຮງຮຽນ ແລະ ຍັງໄດ້ມອບອຸປະກອນການຮຽນ – ການສອນ ໃຫ້ຫ້ອງການສຶກສາ ແລະ ບັນດາໂຮງຮຽນຢູ່ເມືອງ, ອັດຕາເຂົ້າຮຽນລວມຂອງເດັກ 5 ປີ ປະຕິບັດໄດ້ 101,2%, ລື່ນຄາດໝາຍ 7,9%, ຊັ້ນປະຖົມ 100,1% ລື່ນຄາດໝາຍ 13%, ດັດສະນີຄວາມສະເໝີພາບຍິງ – ຊາຍ 1,01% ບັນລຸຄາດໝາຍທີ່ວາງໄວ້.

ໃນກອງປະຊຸມ ຍັງມີການສະເໜີແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນ ຜົນດີ ແລະ ບາງຂໍ້ຄົ້ງຄ້າງໃນການຈັດຕັ້ງປະຕິບັດໄລຍະຜ່ານມາ, ການຕິດຕາມກວດກາ ແລະ ປະເມີນຜົນ, ການແລກປ່ຽນບົດຮຽນລະຫວ່າງເມືອງ, ກຸ່ມໂຮງຮຽນ, ການປຸກລະດົມຊຸມຊົນ, ການເພີ່ມທະວີປະສານງານຂອງພາກສ່ວນກ່ຽວຂ້ອງ ແລະ ວຽກງານອື່ນໆ.

ຫຼັງຈາກນັ້ນ ຍັງໄດ້ມີພິທີມອບໃບຍ້ອງຍໍຂອງທ່ານເຈົ້າແຂວງບໍລິຄໍາໄຊ ຈໍານວນ 6 ໃບ ແລະ ໃບຊົມເຊີມ 1 ໃບ ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນການພັດທະນາວຽກງານການສຶກສາ ສະເພາະພະນັກງານລົງຮາກຖານຕາມສາຍຕັ້ງຂອງກະຊວງສຶກສາທິການ ແລະ ກິລາ ທີ່ເມືອງໄຊຈຳພອນ ສົກປີ 2020-2021, ໃຫ້ກຽດມອບໂດຍ ທ່ານ ຄຳແຫວນ ປັນຍານຸວົງ.

About admins14