ເມືອງວຽງທອງ ເປີດບັ້ນຕະລຸມບອນ ກະຕຸ້ນໃຫ້ປະຊາຊົນເຂົ້າຮັບການສັກວັກຊີນ ຢ່າງເປັນຂະບວນການຟົດຟື້ນ

ເມືອງວຽງທອງ ແມ່ນເມືອງໜຶ່ງຂອງແຂວງບໍລິຄຳໄຊ ທີ່ມີຜູ້ຕິດເຊື້ອພະຍາດໂຄວິດ 19 ສູງເຖິງ 488 ຄົນ, ເຊິ່ງໃນນີ້ ຕົວເລກປະຊາຊົນທີ່ເຂົ້າບໍລິການສັກວັກຊີນປ້ອງກັນໂຄວິດ-19 ແມ່ນຍັງຢູ່ໃນລະດັບຕໍ່າ, ເນື່ອງຈາກວ່າ ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດດັ່ງກ່າວ ໃນເບື້ອງຕົ້ນ ປະຊາຊົນຢູ່ເຂດເມືອງວຽງທອງ ໄດ້ຮຽກຮ້ອງເຂົ້າຮັບການສັກວັກຊີນຢ່າງຫຼວງຫຼາຍໃນແຕ່ລະວັນ ແຕ່ວັກຊີນແມ່ນຍັງມີຈຳກັດ, ໄລຍະຕໍ່ມາ ຂັ້ນເທິງກໍເອົາໃຈໃສ່ໃນການຈັດຫາວັກຊີນ ເພື່ອໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ, ແຕ່ຍັງປະກົດເຫັນປະຊາຊົນບາງກຸ່ມ ຊ້ຳພັດມີແນວຄິດບໍ່ເຊື່ອໝັ້ນຕໍ່ການສັກວັກຊີນ ຍ້ອນໄດ້ຮັບຜົນກະທົບຈາກການໂຄສະນາໃສ່ຮ້າຍປ້າຍສີ ຫຼື ໄດ້ຮັບຂໍ້ມູນທີ່ບິດເບືອນ, ສ່ວນໜຶ່ງແມ່ນມີຄວາມເຂົ້າໃຈວ່າ ພະຍາດໂຄວິດ-19 ແມ່ນບໍ່ຮ້າຍແຮງ ຈຶ່ງບໍ່ຈໍາເປັນຕ້ອງໄດ້ຮັບວັກຊີນກໍໄດ້, ໃນອີກດ້ານໜຶ່ງປະຊາຊົນບາງຄົນກໍຍັງມີຄວາມເຊື່ອດ້ານຮີດຄອງປະເພນີແບບງົມງວາຍ ແລະ ປະຕິເສດເຂົ້າຮັບການບໍລິການດ້ານສາທາລະນະສຸກ, ສະນັ້ນ, ຈຶ່ງເປັນສາເຫດເຮັດໃຫ້ຕົວເລກຂອງກຸ່ມເປົ້າໝາຍທີ່ເຂົ້າຮັບວັກຊີນຍັງມີຕ່ຳ ແລະ ເຮັດໃຫ້ວັກຊີນບາງຈຳນວນກໍໄດ້ໝົດອາຍຸການນຳໃຊ້.

ຕໍ່ກັບບັນຫາດັ່ງກ່າວ, ທ່ານ ບົວພັນ ອິນຄຳມະວົງ ຮອງເຈົ້າເມືອງໆວຽງທອງ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ຄັ້ງວັນທີ 29 ກໍລະກົດ 2022 ວ່າ: ຄະນະສະເພາະກິດພວກເຮົາ ໄດ້ສົມທົບກັບອຳນາດການປົກຄອງເມືອງ ແລະ ໄດ້ມີການໂຄສະນາປຸກລະດົມ ທັງທາງກ້ວາງ ແລະທາງເລິກ, ພ້ອມອອກມາດຕະການຂັ້ນເດັດຂາດ ເພື່ອເປັນການກະຕຸ້ນໃຫ້ປະຊາຊົນເຂົ້າຮັບການສັກວັກຊີນໃຫ້ທົ່ວເຖິງ ແລະ ເປັນຂະບວນການຟົດຟື້ນ ເຊັ່ນ: ຖ້າບໍ່ໄດ້ຮັບການສັກວັກຊີນຈະບໍ່ອະນຸຍາດໃຫ້ຈັດງານສັງສັນຊຸມແຊວ ຖ້າພົບເຫັນມີການຝ່າຝືນຈະໄດ້ຮັບການປັບໃໝ.

ທ່ານ ບຸນລັບ ວົງເສນາ ຫົວໜ້າຫ້ອງການສາທາລະນະສຸກເມືອງວຽງທອງ ໃຫ້ຮູ້ຕື່ມວ່າ: ການສັກວັກຊິນໃນຮອບທີຫນຶ່ງແບບຕະລຸມບອນ ເລີ່ມແຕ່ວັນທີ 18 ກໍລະກົດ 2022 ເຫັນວ່າປະຊາຊົນໄດ້ເຂົ້າຮ່ວມຢ່າງຫຼວງຫຼາຍ ແລະ ເປັນຂະບວນຟົດຟື້ນ, ຜ່ານໄປເປັນເວລາ 1 ອາທິດ ສາມາດປະຕິບັດສຳເລັດແລ້ວ 26 ບ້ານ ມີຜູ້ເຂົ້າຮ່ວມທັງຫມົດ 4.396 ຄົນ. ໃນນີ້, ເຂັມທີ 1 ສັກໄດ້ 1.806 ຄົນ, ເຂັມທີ 2 ສັກໄດ້ 872 ຄົນ, ເຂັມທີ 3 ໄດ້ 1.593 ຄົນ ແລະເຂັມທີ 4 ສັກໄດ້ 125 ຄົນ ເຮັດໃຫ້ຕົວເລກຜູ້ໄດ້ຮັບວັກຊີນໂຄວິດ 19 ສະສົມຮອດປະຈຸບັນເພີ່ມຂຶ້ນ ໂດຍລວມແລ້ວ ເຂັມທີ 1 ສັກໄດ້ 76% ຂອງປະຊາກອນກຸ່ມເປົ້າຫມາຍ, ສັກຄົບເຂັມແມ່ນກວມ 64% ແລະ ເຂັມກະຕຸ້ນໄດ້ 17,5% ແລະ ໃນຕໍ່ໜ້າເມືອງວຽງທອງ ກໍຄືເມືອງອື່ນໆພາຍໃນແຂວງບໍລິຄຳໄຊ ກໍຍັງຈະສືບຕໍ່ປຸກລະດົມຂົນຂວາຍໃຫ້ປະຊາຊົນໄດ້ຮັບວັກຊີນໃຫ້ຄົບຖ້ວນຫຼາຍຂຶ້ນກວ່າເກົ່າ.

About admins14