ປະຈຸບັນ ປະຊາຊົນລາວ ສາມາດມີໄຟຟ້າໃຊ້ແລ້ວ ເຖິງ 95% ຂອງຈຳນວນຄົວເຮືອນທັງໝົດທົ່ວປະເທດ

ກອງປະຊຸມກ່ຽວກັບການດໍາເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 1 ມີນາ 2022 ຢູ່ສະໂມສອນໃຫຍ່ຂອງແຂວງບໍລິຄຳໄຊ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຈັນທະບູນ ສຸກອາລຸນ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ທີ 15 ແຂວງຈຳປາສັກ, ຜູ້ອຳນວຍການໃຫຍ່ໄຟຟ້າລາວ ແລະ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງບໍລິຄຳໄຊ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການລັດວິສາຫະກິດໄຟຟ້າສາຂາແຂວງບໍລິຄຳໄຊ ເຂົ້າຮ່ວມ.

ໄຟຟ້າລາວ ເປັນວິສາຫະກິດ ທີ່ມີປະຫວັດອັນຍາວນານ ຢູ່ຄຽງຄູ່ກັບການເຕີບໃຫຍ່ ຂະຫຍາຍຕົວຂອງປະເທດຊາດ ນັບແຕ່ສະໄໝກ່ອນປົດປ່ອຍຈົນເຖິງປະຈຸບັນ ແລະ ເວົ້າໄດ້ວ່າເປັນວິສາຫະກິດ ທີ່ມີມູນຄ່າຊັບສິນສູງທີ່ສຸດໃນປະເທດ, ເຊິ່ງມີໜ້າທີ່ຍຸດທະສາດທີ່ພັກ – ລັດມອບໝາຍໃຫ້ ຄື: ຮັບຜິດຊອບໜ້າທີ່ການເມືອງ ກໍ່ຄືການປະຕິບັດໜ້າທີ່ສະໜັບສະໜູນ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ໃຫ້ເປັນຮູບປະທຳ, ໂດຍສະເພາະແມ່ນ ຮັບປະກັນ ການສະໜອງໄຟໃຫ້ປະຊາຊົນລາວບັນດາເຜົ່າ ສາມາດມີໄຟຟ້າໃຊ້ຢ່າງພຽງພໍ ແລະ ທົ່ວເຖິງ ຕາມທິດທາງນະໂຍບາຍ ທີ່ລັດຖະບານກໍານົດໄວ້ ( ເຊິ່ງມາຮອດປະຈຸບັນ ປະຊາຊົນລາວສາມາດມີ ໄຟຟ້າໃຊ້ແລ້ວ ເຖິງ 95% ຂອງຈຳນວນຄົວເຮືອນທັງໝົດ ທົ່ວປະເທດ ), ດຳເນີນທຸລະກິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍແນໃສ່ສ້າງອຸດສາຫະກຳໄຟຟ້າໃຫ້ເປັນ ຂະແໜງການຫຼັກ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງລາຍຮັບໃຫ້ແກ່ປະເທດ, ພ້ອມທັງ ຊຸກຍູ້ສົ່ງເສີມຂະແໜງການປິ່ນອ້ອມໃຫ້ມີການພັດທະນາໄຟຄຽງຄູ່ກັນ ເພື່ອສ້າງວຽກເຮັດງານທຳໃຫ້ ປະຊາຊົນລາວບັນດາເຜົ່າ ແລະ ໄດ້ຊົມໃຊ້ໄຟຟ້າໃນລາຄາທີ່ສົມເຫດສົມຜົນ.

ແນ່ນອນວ່າ ການປະຕິບັດສອງໜ້າທີ່ຍຸດທະສາດໃຫ້ສອດຄ່ອງກັນນັ້ນ ເປັນພາລະໜ້າທີ່ອັນໜັກໜ່ວງ ຂອງລັດວິສາຫະກິດໄຟຟ້າລາວ ແລະ ຈຳເປັນຕ້ອງໃຊ້ທຶນຮອນອັນມະຫາສານ ເຂົ້າໃນການພັດທະນາລະບົບໂຄງລ່າງພື້ນຖານ ນັບຕັ້ງແຕ່ການລົງທຶນກໍ່ສ້າງແຫຼ່ງຜະລິດ ( ສ່ວນໃຫຍ່ແມ່ນການລົງທຶນໂດຍນັກລົງທຶນຕ່າງປະເທດ ), ການກໍ່ສ້າງສາຍສົ່ງ-ສະຖານີໄຟຟ້າແຮງສູງ, ກໍ່ສ້າງຕາຂ່າຍໄຟຟ້າແຮງກາງ ແລະ ແຮງຕໍ່າ, ຈົນຮອດໝໍ້ນັບໄຟ ທີ່ຕິດຕັ້ງຢູ່ຕາມຄົວເຮືອນຂອງປະຊາຊົນ.

ຄຽງຄູ່ກັບການຂະຫຍາຍໂຕເຕີບໃຫຍ່ຂອງ ຟຟລ ຍັງມີບັນຫາຫລາຍອັນທີ່ຍັງຄົງຄ້າງທີ່ຕ້ອງໄດ້ຮັບການ ປັບປຸງແກ້ໄຂເຊັ່ນ: ການປັບປຸງລະບົບສະໜອງໄຟໃຫ້ມີຄວາມໝັ້ນຄົງ, ຄວາມໝັ້ນຄົງຂອງພະລັງງານພາຍໃນປະເທດ ໃຫ້ມີຄວາມດຸ່ນດ່ຽງ ແລະ ລາຄາໄຟຟ້າໃຫ້ສົມເຫດສົມຜົນ.

ປະຈຸບັນ ລັດວິສາຫະກິດໄຟຟ້າລາວ ຊື້ພະລັງງານໄຟຟ້າຈາກແຫຼ່ງຜະລິດພາຍໃນ 89 ແຫ່ງ, ມີສະຖານີໄຟຟ້າແຮງສູງ 75 ແຫ່ງ, ມີລະບົບສາຍສົ່ງ ໄຟຟ້າແຮງສູງ 115 ກວ ແລະ 230 ກວ ຍາວປະມານ 9.974 Km ວົງຈອນ, ມີລະບົບຕາຂ່າຍຈຳໜ່າຍໄຟຟ້າ ພາກແຮງດັນກາງ ແລະ ແຮງດັນຕໍ່າ ຍາວປະມານ 55.600 Km ວົງຈອນ ສາມາດສະໜອງພະລັງງານໄຟຟ້າໄດ້ 95% ຂອງຈຳນວນຄົວເຮືອນທົ່ວປະເທດ.

ສະເພາະບໍລິຄຳໄຊ ມີໄຟຟ້າໃຊ້ ຈຳນວນ 284 ບ້ານ, ກວມເອົາ 100% ຂອງຈໍານວນຄອບຄົວທີ່ມີໄຟຟ້າໃຊ້ ແລະ ມີ 46.312 ຄົວເຮືອນ ທີ່ມີໄຟຟ້າໃຊ້ຖາວອນແລ້ວ ຈຳນວນ 96%.

ເພື່ອຮັບປະກັນການດຳເນີນທຸລະກິດໃຫ້ມີປະສິດທິຜົນ ລັດວິສາຫະກິດໄຟຟ້າລາວ ກຳລັງດຳເນີນການປະຕິຮູບຮອບດ້ານ ເພື່ອສະໜອງນະໂຍບາຍຂອງລັດຖະບານໃນການຫັນເອົາພະລັງງານໄຟຟ້າ ໃຫ້ກາຍເປັນກະດູກສັນຫຼັງຂອງການພັດທະນາປະເທດ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ຕອບສະໜອງການປະຕິບັດວາລະແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ທີ່ສະພາແຫ່ງຊາດ ໄດ້ຮັບຮອງໃຫ້ມີປະສິດທິຜົນ ແລະ ປະກົດຜົນເປັນຈິງ.

ຕອນທ້າຍຂອງກອງປະຊຸມ ທ່ານອຳນວຍການໃຫຍ່ ຟຟລ ຍັງໄດ້ມອບເງິນຈຳນວນ 20 ລ້ານກີບ ໃຫ້ສະພາປະຊາຊົນ ແຂວງບໍລິຄຳໄຊ ເພື່ອເປັນການປະກອບສ່ວນເຂົ້າໃນການລົງເຜີຍແຜ່ບັນດາເນື້ອໃນຂອງກອງປະຊຸມ, ຕາງໜ້າຮັບໂດຍ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ.

About admins16