ກອງປະຊຸມ ສະຫລຸບຜົນການຈັດຕັ້ງປະຕິບັດໂຄງການ ຄຸ້ມຄອງປ່າປ້ອງກັນແຫລ່ງນໍ້າເຂດອ່າງໂຕ່ງນ້ຳຍ້ວງຕອນໃຕ້ ປະຈຳປີ 2021

ໃນຕອນເຊົ້າຂອງວັນທີ 28 ກຸມພາ 2022 ທີ່ຫ້ອງປະຊຸມຫ້ອງວ່າການ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫລຸບຜົນການຈັດຕັ້ງປະຕິບັດ ໂຄງການຄຸ້ມຄອງປ່າປ້ອງກັນແຫລ່ງນໍ້າ ເຂດອ່າງໂຕ່ງນ້ຳຍ້ວງຕອນໃຕ້ ປະຈຳປີ 2021 ແລະ ທິດທາງແຜນການ2022 ໂດຍການເປັນປະທານຂອງທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວຫນ້າພະແນກກະສິກຳ ແລະ ປ່າໄມ້ແຂວງ.

ໃນກອງປະຊຸມ ທ່ານ ປຸນຍະສານ ສີພາພົມມະຈັນ ເຈົ້າຂອງໂຄງການຄຸ້ມຄອງປ່າປ້ອງກັນແຫລ່ງນໍ້າເຂດອ່າງໂຕ່ງນ້ຳຍ້ວງຕອນໃຕ້ ໄດ້ຂຶ້ນຜ່ານບົດສະຫລຸບຜົນການຈັດຕັ້ງປະຕິບັດໂຄງການ ວ່າ: ປ່າປ້ອງກັນແຫຼ່ງນໍ້າ ເຂດອ່າງໂຕ່ງນ້ໍາຍ້ວງຕອນໃຕ້ ແມ່ນປ່າປ້ອງກັນແຫ່ງຫນຶ່ງທີ່ນອນຢູ່ໃນພື້ນທີ່ປ່າປ້ອງກັນແຫ່ງຊາດ ນ້ຳມ່ວນ – ນໍ້າຍ້ວງ, ມີເນື້ອທີ່ທັງຫມົດ 54.517,58 ຮຕ, ກວມ 3,41% ຂອງເນື້ອທີ່ທົ່ວແຂວງ, ປ່າປ້ອງກັນແຫ່ງນີ້ ເປັນຈຸດເຊື່ອມຕໍ່ລະຫວ່າງ ປ່າສະຫງວນແຫ່ງຊາດນ້ຳກະດິງ ແລະ ປ່າສະຫງວນພູຈອມວອຍ, ກວມເອົາພື້ນທີ່ ຂອງສາມເມືອງ ຄື: ເມືອງຄໍາເກີດ, ວຽງທອງ ແລະ ໄຊຈໍາພອນ, ມີ 9 ບ້ານເປົ້າຫມາຍນອນໃນພື້ນທີ່ໂຄງການ ຄື: ເມືອງຄໍາເກິດມີ 5 ບ້ານ: ທ່າສາລາ, ທົ່ງວຽງຄໍາ, ແກ້ວແສນຄໍາ, ຊໍາເຕີຍ ແລະ ນາຈະໄລ້; ເມືອງວຽງທອງມີ 3 ບ້ານ: ບ້ານຜາຂອດ, ອຸດົມໄຊ ແລະ ນາດີ; ເມືອງໄຊຈໍາພອນ ມີ 1 ບ້ານ: ບ້ານ ນາແຈງ.

ຜົນການຈັດຕັ້ງປະຕິບັດແຕ່ລະກິດຈະກໍາ ທາງໂຄງການໄດ້ປະສານສົມທົບກັບກອງບັນຊາການທະຫານແຂວງ ໂດຍໄດ້ນໍາໃຊ້ກໍາລັງຂອງກອງ ງໍ 616 ສົມທົບກັບທາງວິຊາການຂອງໂຄງການປະກອບເປັນທິມງານພາກສະຫນາມ, ອອກເຄື່ອນໄຫວກວດກາລາດຕະເວນ ຢ່າງເປັນປົກກະຕິຕາມພື້ນທີ່ຕ່າງໆ ໃນຂອບເຂດພື້ນທີ່ຄຸ້ມຄອງຂອງໂຄງການ, ເພື່ອສະກັດກັ້ນ ແລະ ຫຼຸດຜ່ອນໄພຂົ່ມຂູ່ຕ່າງໆ ເປັນຕົ້ນແມ່ນ ການຖາງປ່າເພື່ອເຮັດໄຮ່, ລັກລອບປູກພືດເສບຕິດ, ໄຟໄຫມ້ລາມປ່າ, ລ່າສັດ, ແລະ ອື່ນໆ.

ທິມງານພາກສະຫນາມ ໄດ້ອອກເຄື່ອນໄຫວກວດກາລາດຕະເວນໄດ້ທັງຫມົດ 50 ຄັ້ງ, 301 ວັນ, ໄລຍະທາງໃນ ການ ເຄື່ອນໄຫວ1.659 ກິໂລແມັດ, ສະເລ່ຍ 5.51 ກິໂລແມັດຕໍ່ມື້, ມີ ທິມທ່າສາລາ 39 ຄັ້ງ, 223 ວັນ, 1.331 ກມ ແລະ ທິມແກ້ວແສນຄໍາ 11 ຄັ້ງ, 78 ວັນ, 328 ກມ.

ສົມທົບກັບກອງບັນຊາການທະຫານເມືອງຄໍາເກີດ ແລະ ກອງ ຄໍ 25 ລົງແກ້ໄຂ ແລະ ທໍາລາຍສວນປູກກັນຊາໃນພື້ນທີ່ອ່າງໂຕ່ງ ຕາມຂໍ້ມູນທີ່ທິມງານພາກສະຫນາມໄດ້ກວດກາພົບເຫັນ, ສາມາດທໍາລາຍສວນປູກກັນຊາໄດ້ 12 ສວນມີ 50,5 ໄລ່ (8,42 ຮຕ), ທໍາລາຍແຮ້ວສາຍລວດໄດ້ 559 ຫຼັງ, ແຄ້ມລ່າສັດໄດ້ 1 ຫຼັງ, ຢຶດປືນໄດ້ 11 ກະບອກ (ປືນແກ໊ບ 7 ກະບອກ, ປືນລູກບີ ໄດ້ 3 ກະບອກ ແລະ ປືນອື່ນ 1 ກະບອກ), ພົບເຫັນຄົນທີ່ເຂົ້າມາລ່າສັດໃນເຂດອ່າງທັງຫມົດ 15 ຄົນ, ຫຼົບຫນີ 3 ຄົນ, ສຶກສາອົບຮົມປາກເປົ່າ 3 ຄົນ ແລະ ເຮັດບົດບັນທຶກໄດ້ 9 ຄົນ.

 

 

 

About admin11