ປະກາດ 3 ບ້ານ ເມືອງວຽງທອງ ເປັນບ້ານປ້ອງກັນຄວາມສະຫງົບດີ

     ໃນວັນທີ 31 ທັນວາ 2021 ຢູ່ຫ້ອງການບ້ານຈອມທອງ ເມືອງວຽງທອງ ແຂວງບໍລິຄຳໄຊໄດ້ຈັດພິທີປະກາດບ້ານ ຈອມທອງ, ບ້ານ ໂພນດູ່, ບ້ານ ນ້ຳກ້າງ ເປັນ ຄອບຄົວ ແລະ ບ້ານ ປ້ອງກັນຄວາມສະຫງົບດີ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງພ້ອມດ້ວຍອຳນາດການປົກຄອງບ້ານ ຕະຫຼອດຮອດພໍ່, ແມ່ປະຊາຊົນ 3 ບ້ານ ເຂົ້າຮ່ວມ.

      ໃນພິທີ  ຄະນະຮັບຜິດຊອບປະເມີນການສ້າງບ້ານ ແລະ ຄອບຄົວປ້ອງກັນຄວາມສະຫງົບດີ ໄດ້ຂື້ນຜ່ານບົດສະຫຼຸບການປະເມີນຕົວຈິງມາແຕ່ວັນທີ 14 ຕຸລາ 2021 ຜ່ານການປະເມີນຕາມມາດຖານ ຂອງຄອບຄົວ ແລະ ບ້ານ ເຫັນວ່າ ບ້ານ ຈອມທອງ ມີຄອບຄົວທັງໝົດ 581 ຄອບຄົວ, ໄດ້ເຂົ້າຮ່ວມໂຄງການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ມີ 454 ຄອບຄົວ ສາມາດຜ່ານມາດຖານເງື່ອນໄຂມີ 448 ຄອບຄົວ ເທົ່າກັບ 94,51%.

ບ້ານ ໂພນດູ່ ມີ 153 ຄອບຄົວ ເຂົ້າຮ່ວມໂຄງການ 134 ຄອບຄົວ ສາມາດຜ່ານມາດຖານເງື່ອນໄຂ 127 ຄອບຄົວ ເທົ່າ ກັບ 94,77 %.

ບ້ານ ນ້ຳກ້າງ ມີ 173 ຄອບຄົວ ເຂົ້າຮ່ວມໂຄງການ 135 ຄອບຄົວ ສາມາດຜ່ານມາດຖານເງື່ອນໄຂ 131 ຄອບຄົວ.

ດັ່ງນັ້ນ, ຈຶ່ງໄດ້ປະກາດຢັ້ງຢືນເອົາ 3 ບ້ານ ແລະ ບັນດາຄອບຄົວພາຍໃນ 3 ບ້ານ ດັ່ງກ່າວເປັນ ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີຂອງເມືອງວຽງທອງ.

ໃນຕອນທ້າຍພິທີ ຄະນະປະທານ ແລະ ແຂກຖືກເຊີນ ພ້ອມດ້ວຍອໍານາດການປົກຄອງບ້ານ, ພໍ່, ແມ່ປະຊາຊົນ ໄດ້ເຂົ້າຮ່ວມພິທີທຳລາຍອາວຸດລ່າເນື້ອ, ຈັກສະຕີ່ນ ແລະ ເຄື່ອງມືຫາປາທີ່ຜິດກົດໝາຍ.

 

About admin11